ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ທະນາຄໍາລາວຈໍາກັດ ກ່າວວ່າ: ທະນາຄານຄໍາລາວ ເປັນທະນາຄານແຫ່ງທຳອິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ສຸມໃສ່ທຸລະກິດຄຳໂດຍສະເພາະ, ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 3 ທັນວາປີ 2024 ໂດຍມີເປົ້າໝາຍຫຼັກຄື: ການສົ່ງເສີມສ້າງລະບົບນິເວດຄໍາໃຫ້ໄດ້ມາດຕະຖານ ປະ ກອບສ່ວນໃນການສ້າງ, ຮັກສາສະຖຽນລະພາບຂອງຄ່າເງິນກີບ ແລະ ຊຸກຍູ້ການສ້າງທຶນສຳຮອງແຫ່ງຊາດ. ພາຍຫຼັງ ເປີດດຳເນີນການມາໄດ້ຄົບຮອບ 1 ປີ, ທະນາຄານຄຳລາວໄດ້ສ້າງຜົນສຳເລັດອັນໂດດເດັ່ນຫຼາຍດ້ານ ເປັນການຢັ້ງ ຢືນເຖິງບາດກ້າວສຳຄັນໃນການພັດທະນາເສດຖະກິດ-ການເງິນຂອງສປປ ລາວຄື: ທະນາຄານຄຳລາວ ສາມາດລະດົມຄຳໄດ້ປະມານ 1 ໂຕນຈາກສັງຄົມ ແລະ ໄດ້ເປີດບັນຊີເງິນຝາກຄຳໃຫ້ລູກຄ້າຫຼາຍກວ່າ 35,000 ບັນຊີ. ຄວາມສຳເລັດນີ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ລະບົບການເກັບຮັກສາ ແລະ ການຄ້າຄຳທີ່ເປັນທາງການ. ທະນາຄານຄໍາລາວໄດ້ນຳໃຊ້ຕູ້ຈໍາໜ່າຍຄຳອັດຕະໂນມັດ ຊຶ່ງເປັນການບໍລິການໃໝ່ທີ່ຊ່ວຍໃຫ້ປະຊາຊົນສາມາດຊື້-ຂາຍຄຳແທ່ງ (ນ້ຳໜັກ 1g, 7.5g, 15g, 30g) ໄດ້ຢ່າງສະດວກສະບາຍ. ໄດ້ເປີດໂຕແອັບພລິເຄຊັນທະນາຄານເພື່ອອໍານວຍຄວາມສະດວກໃຫ້ແກ່ການເປີດບັນຊີ, ການຊື້-ຂາຍ ແລະ ຝາກຄໍາຜ່ານລະບົບດີຈີຕອນທີ່ທັນສະໄໝ ແລະ ປອດໄພ. ໄດ້ສ້າງໂຮງງານຫຼອມຄຳທັນສະໄໝທີ່ມີກຳລັງການຜະລິດສູງເຖິງ 150 ໂຕນຕໍ່ປີ ເພື່ອເປັນການຍົກລະດັບມາດຕະຖານຄຳລາວ ແລະ ເຮັດໃຫ້ທະນາຄານສາມາດດຶງດູດກຸ່ມລູກຄ້າທີ່ເປັນຜູ້ຂຸດຄົ້ນຄຳ.
ການສ້າງຕັ້ງທະນາຄານຄຳລາວ ໄດ້ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງຊາດ ປະກອບສ່ວນໃນການເພີ່ມຄັງສໍາຮອງຂອງປະເທດທີ່ມີຄວາມສຳຄັນຕໍ່ການຄ້ຳປະ ກັນຄວາມໝັ້ນຄົງທາງດ້ານການເງິນ ເປັນພື້ນຖານໃຫ້ແກ່ການສ້າງສະຖຽນລະພາບໃຫ້ຄ່າເງິນກີບ. ເປົ້າໝາຍຂອງທະ ນາຄານຄໍາລາວ ແມ່ນຕ້ອງການເຮັດໃຫ້ການຄ້າ ແລະ ການລົງທຶນໃນຄຳມີຄວາມໂປ່ງໃສ ແລະ ໄດ້ມາດຕະຖານສາກົນ. ທະນາຄານຄໍາລາວຍັງໄດ້ສົ່ງເສີມອຸດສາຫະກໍາຄໍາພາຍໃນ ເພື່ອພະຍາຍາມສ້າງຕັ້ງລາວໃຫ້ເປັນສູນກາງໃນພາກພື້ນ ແລະ ສາກົນໃນການຄ້າ ແລະ ຫຼອມຄຳ ໂດຍໄດ້ຈັດກິດຈະກຳສຳຄັນເຊັ່ນ: ງານເທສະການຄຳລາວ (Lao Gold Festival 2025) ເປັນຄັ້ງທໍາອິດ.

ທ່ານ ຈັນທອນ ສິດທິໄຊ ໄດ້ເນັ້ນໜັກວ່າ: “ບາດກ້າວສູ່ປີທີສອງ ທະນາຄານຄຳລາວຈະຂັບເຄື່ອນດ້ວຍ 5 ຍຸດທະສາດສໍາຄັນຄື:
1) ຈະພັດທະນາ Digital Gold Banking – ກໍຄືທະນາຄານຄຳແບບດີຈີຕອນ ແລະ ຂະຫຍາຍສາຂາໃຫ້ຄວບຄຸມທົ່ວປະເທດ
• ໃຫ້ປະຊາຊົນທຸກກຸ່ມເຂົ້າເຖິງການບໍລິການຂອງທະນາຄານຄໍາໄດ້ງ່າຍ ປອດໄພ ແລະ ສະດວກຂຶ້ນ ສາມາດເຮັດທຸລະກຳຊື້-ຂາຍລະຫວ່າງປະເທດໄດ້
• ບໍລິການແບບພາຍເວດແບ້ງກິ້ງ (Private Banking)
• ການອອກບັດວີຊ້າ (Visa) ໂດຍມີຄໍາຄໍ້າປະກັນ
• ໃບຢັ້ງຢືນຖານະການຄໍາແບບດີຈິຕອນ
2) Gold Export Network – ກໍຄື ເຄືອຂ່າຍການສົ່ງອອກ
3) Gold Capital Market – ກໍຄື ຕະຫຼາດທຶນຄຳ
4) Gold experts consulting – ກໍຄື ການໃຫ້ຄຳປຶກສາທາງດ້ານຄຳ
ສົ່ງເສີມການສົ່ງອອກຄຳຢ່າງຖືກຕ້ອງ ເພື່ອເພີ່ມລາຍຮັບໃຫ້ລັດຖະບານ ແລະ ສ້າງຊື່ສຽງໃຫ້ຄຳລາວໃນຕະຫຼາດໂລກ
5) Lao Gold Tourism (Lao Gold Festival) – ກໍຄື ການທ່ອງທ່ຽວຄຳລາວໃຫ້ຄຳລາວກາຍເປັນ Soft Power ໃໝ່ຂອງຊາດ.” ດັ່ງນັ້ນ, ຄວາມສຳເລັດໃນ 1 ປີຂອງທະນາຄານຄຳລາວ ໄດ້ກາຍເປັນຂີດໝາຍໃໝ່ໃນລະບົບການເງິນຂອງສປປ ລາວ ແລະ ເປັນການເປີດສັກກະຫຼາດໃໝ່ຂອງການພັດທະນາອຸດສາຫະກຳຄຳຂອງຊາດ.
ຂ່າວ: ທະນາຄານຄໍາລາວ