ພິທີເປີດໂຄງການສົ່ງເສີມການແລກປ່ຽນ ແລະ ສຳມະນາດ້ານຊັບສິນທາງປັນຍາຂອງວິສາຫະກິດລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ ນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ລູ່ຊ້າວເຜິງ ຫົວໜ້າເລຂາຄະນະບໍລິຫານສະມາຄົມສົ່ງເສີມການຮ່ວມມືການຈັດຕັ້ງເອກະຊົນ ລະຫວ່າງປະເທດແຂວງຢຸນນານ ສປ ຈີນ; ທ່ານ ລາວເອີ ອິນສີຊຽງໃໝ່ ຜູ້ອຳນວຍການ ບໍລິສັດຈຳປາລາວກົດໝາຍ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາໄດ້ເອົາໃຈໃສ່ສືບຕໍ່ພັດທະນາຮອບດ້ານຕໍ່ວຽກງານຊັບສິນທາງປັນຍາເປັນຕົ້ນ ດ້ານນິຕິກຳ ປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາປີ 2024, ການສ້າງ ແລະ ປັບປຸງຂໍ້ຕົກລົງຂອງລັດຖະມົນຕີ ເພື່ອຈັດຕັ້ງປະຕິບັດກົດໝາຍໃຫ້ເປັນອັນລະອຽດໃນແຕ່ລະວຽກເຊັ່ນ: ການລະເມີດຊັບສິນທາງປັນຍາ, ການໄກ່ເກ່ຍທາງດ້ານບໍລິຫານ, ການແກ້ໄຂການລະເມີດຊັບສິນທາງປັນຍາ ໃນລະບົບອອນລາຍ ແລະ ການກວດກາ ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງ, ກົມຊັບສິນທາງປັນຍາ ໄດ້ມີການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານຊັບສິນທາງປັນຍາໄດ້ 271 ກໍລະນີ, ການປົກປ້ອງທີ່ເຂັ້ມແຂງກໍເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ປະກອບການໃນການເຂົ້າມາລົງທຶນໃນ ສປປ ລາວ ແລະ ເປັນການສ້າງເສດຖະກິດຂອງປະເທດຊາດໃຫ້ເຂັ້ມແຂງຂຶ້ນຕື່ມ.
ວຽກງານບັງຄັບໃຊ້ສິດຊັບສິນທາງປັນຍາ ຍັງເປັນແຜນວຽກທໍາອິດໃນແຜນຍຸດທະສາດຂອງກົມຊັບສິນທາງປັນຍາ ໃນ 6 ແຜນວຽກຈຸດສຸມສະໜັບສະໜູນການນໍາໃຊ້ຊັບສິນທາງປັນຍາໃຫ້ກາຍເປັນທ່າແຮງ ແລະ ສ້າງມູນຄ່າໃຫ້ສັງຄົມເຊັ່ນ: ສ້າງຄວາມເຂັ້ມແຂງຂອງຂອບກົດໝາຍ ແລະ ສະຖາບັນຊັບສິນທາງປັນຍາແຫ່ງຊາດ, ສົ່ງເສີມນະວັດຕະກຳ ແລະ ຄວາມສ້າງສັນຜ່ານ IP, ສົ່ງເສີມການນໍາ IP ໄປໃຊ້ເພື່ອການກະຈາຍຕົວທາງເສດຖະກິດ ແລະ ການເຕີບໂຕສີຂຽວ, ສ້າງຄວາມຮູ້ ການສຶກສາ ແລະ ພັດທະນາຂີດຄວາມສາມາດດ້ານ IP, ສົ່ງເສີມການເຂົ້າເຖິງລະບົບ IP ແລະ ຕະຫຼາດສາກົນໃຊ້ IP ເປັນເຄື່ອງມືໃນການຍົກສະຖານະອອກຈາກ LDC ແລະ ບັນລຸເປົ້າໝາຍການ ພັດທະນາທີ່ຍືນຍົງ (SDGs). ຜ່ານມາ ກົມຊັບສິນທາງປັນຍາໄດ້ມີການພົວພັນຮ່ວມມືກັບສໍານັກງານຄຸ້ມຄອງຊັບສິນທາງປັນຍາແຫ່ງ ສປ ຈີນ (CNIPA) ຄັ້ງທໍາອິດ ໃນປີ 2018 ແລະ ໄດ້ສົ່ງພະນັກງານພາຍໃນກົມຊັບສິນທາງປັນຍາ ໄປຍົກລະດັບທາງດ້ານ ປະລິນຍາໂທ ກົດໝາຍຊັບສິນທາງປັນຍາ 13 ທຶນ ແລະ ຍັງໄດ້ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາລະຫວ່າງກົມຊັບສິນທາງປັນຍາ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລເຕັກໂນໂລຊີສົງຊົງ ສປ ຈີນ (3ຝ່າຍ).

ທ່ານ ລູ່ຊ້າວເຜິງ ກໍໄດ້ກ່າວວ່າ: ປັດຈຸບັນ ເສດຖະກິດໂລກຟື້ນຕົວຊ້າ ການປະດິດສ້າງໃໝ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີໄດ້ກາຍເປັນພະລັງຂັບເຄື່ອນຕົ້ນຕໍໃນການນໍາພາທາງດ້ານການພັດທະນາເສດຖະກິດໂລກ, ການປົກປ້ອງຊັບສິນທາງປັນຍາໃນຖານະທີ່ເປັນລະບົບຮັບປະກັນທາງດ້ານ ການກະຕຸ້ນນະວັດຕະກຳ ແລະ ປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ພົ້ນເດັ່ນ ສະມະຄົມສົ່ງເສີມການຮ່ວມມືອົງການຈັດຕັ້ງເອກະຊົນລະຫວ່າງປະເທດແຂວງຢຸນນານ ໂດຍອີງໃສ່ບົນພື້ນຖານການຮ່ວມມືຂອງສອງປະເທດທີ່ມີມາກ່ອນແລ້ວ, ຈັດຕັ້ງປະຕິບັດການຮ່ວມມືຕົວຈິງ ແລະ ພ້ອມກັນລົງເລິກຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນວຽກງານດ້ານຊັບສິນທາງປັນຍາຂອງສອງປະເທດຢ່າງຕໍ່ເນື່ອງ. ພ້ອມທັງສະໜອງການສະໜັບສະໜູນແກ່ການແລກປ່ຽນດ້ານວິທະຍາສາດເຕັກໂນໂລຊີ ແລະ ການໄປມາຫາສູ່ກັນດ້ານການຄ້າຂອງສອງຝ່າຍ, ການຮ່ວມມືດ້ານຊັບສິນທາງປັນຍາບໍ່ພຽງແຕ່ເປັນລະບົບການປະສານງານເທົ່ານັ້ນແຕ່ຍັງເປັນຂົວຕໍ່ທີ່ສໍາຄັນໃນການເຊື່ອມໂຍງຈິດໃຈກັບປະຊາຊົນ; ສະນັ້ນ ການສຳມະນາຄັ້ງນີ້ ໄດ້ແບ່ງປັນປະສົບການ ລວບຮ່ວມຄໍາເຫັນ ແລະ ຂະຫຍາຍການ ຮ່ວມມື ເພື່ອນໍາໃຊ້ຄວາມຮູ້ດ້ານຊັບສິນທາງປັນຍາພັດທະນາເສດຖະກິດຂອງສອງປະເທດໃຫ້ດີກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ລາວ-ຈີນ.
ນອກຈາກນີ້ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນກ່ຽວກັບລະບຽບການ ແລະ ການຮ່ວມມືດ້ານການປົກປ້ອງຊັບສິນທາງປັນຍາຂ້າມຊາດ ລາວ-ຈີນ, ສະພາບການພັດທະນາ, ສິ່ງທ້າທາຍ, ຄວາມຕ້ອງ ການລະບຽບ ແລະ ການຮ່ວມມືດ້ານວຽກງານຊັບສິນທາງປັນຍາຕື່ມອີກ.