Home ຂ່າວຕ່າງປະເທດ ທາງລົດໄຟຈີນ-ຫວຽດນາມ ຈະເພີ່ມການເຊື່ອມໂຍງ-ເຊື່ອມຈອດກັນໃນພາກພື້ນ

ທາງລົດໄຟຈີນ-ຫວຽດນາມ ຈະເພີ່ມການເຊື່ອມໂຍງ-ເຊື່ອມຈອດກັນໃນພາກພື້ນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ໄດ້​ຮັບ​ຮອງ​ເອົາມະ​ຕິ​ກ່ຽວ​ກັບ​ການລົງ​ທຶນກໍ່​ສ້າງ​ໂຄງ ການທາງ​ລົດ​ໄຟ​ ລາວ​ກາຍ-ຮ່າ​ໂນ້ຍ-ໄຮ​ຟອງ ທີ່ເຊື່ອມຕໍ່ກັບທາງລົດໄຟຈີນ. ທາງ​ລົດ​ໄຟ​ດັ່ງ​ກ່າວ​ມີ​ແຜນ​ຈະ​ລົງ​ມືກໍ່​ສ້າງ​ໃນ​ທ້າຍ​ປີ​ນີ້ ແລະ ໄລ​ຍະ​ການ​ກໍ່​ສ້າງ ​ຢູ່​ໃນ​ລະ​ຫວ່າງ​ ປີ 2026 ຫາ 2030. ການ​ກໍ່​ສ້າງ​ໂຄງການທາງ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຂະ​ໜາດການ​ຄ້າ ລະຫວ່າງ ສປ ​ຈີນ-ຫວຽດ​ນາມ​ ເທົ່າ​ນັ້ນ, ແຕ່ຍັງ​ຈະ​ເພີ່ມ​ການ​ເຊື່ອ​ມ​ໂຍງ​-ເຊື່ອ​ມ​ຈອດ​ກັນ​ ລະ​ຫວ່າງ ສປ ​ຈີນ ​ກັບ​ບັນ​ດາ​ປະ​ເທດໃນ​ອາ​ຊີ ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ຢ່າງ​ໃຫຍ່ຫລວງ​ ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ຂອງ​ພາກ​ພື້ນ ກໍ​ຄື​ການ​ສ້າງ ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ​ ຂອງ​ອາ​ຊຽນ​ອີກ​ດ້ວຍ. ທາງ​ລົດ​ໄຟດັ່ງກ່າວມີຄວາມຍາວ​ທັງ​ໝົດ 391 ກິ​ໂລ​ແມັດ, ແລ່ນ​ຜ່ານ 9 ແຂວງ ແລະ ​ນະ​ຄອນ​ຂອງ​ ສສ ຫວຽດ​ນາມ, ມູນ​ຄ່າ​ ການ​ລົງ​ທຶນ ປະ​ມານ 8 ຕື້ກວ່າ​ໂດ​ລາສະຫະລັດ, ນຳ​ໃຊ້​ລ​າງ​ລົດ​ໄຟມາດຕະຖານທີ່ເປັນຂະ​ໜາດ 1,435 ແມັດ, ຄວາມ​ໄວທີ່​ອອກ​ແບບ​ແມ່ນ 160 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ ແລະ ຈະ​ປະ​ຕິ​ບັດ​ໜ້າ​ທີ່ໃນການຂົນ​ສົ່ງຜູ້​ໂດຍ​ສານ ແລະ ສິນ​ຄ້າ. ນັບ​ແຕ່​ປີ​ກາຍ​ນີ້ ​ເປັນ​ຕົ້ນ​ມາ, ສປ ຈີນ​ ແລະ ສສ ຫວຽດ​ນາມ ໄດ້​ແລກ​ປ່ຽນຄວາມ​ເຫັນຮ່ວມກັນ ​ກ່​ຽ​ວ​ກັບ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັນ ​ຂອງ​ທາງ​ລົດ​ໄຟສອງ​ປະ​ເທດ. ນອກນີ້ຍັງຈະເລັ່ງຈັດຕັ້ງປະຕິບັດວຽກງານສຳຫລວດ​ຄວາມ​ເປັນ​ໄປ​ໄດ້ ແລະ ການ​ວາງ​ແຜນ ​ໂຄງ​ການ​ທາງ​ລົດ​ໄຟທີ່​ກ່ຽ​ວ​ຂ້ອງ. ຄາດ​ວ່າຫລັງ​ຈາກທາງ​ລົດ​ໄຟ​ສ້າງ​ສຳ​ເລັດ​ແລ້ວຈະ​ປົກ​ຄຸ​ມປະ​ຊາ​ກອນ 20% ແລະ ເຂດ​ນິ​ຄົມ ​ອຸດ​ສາ​ຫະ​ກຳ 25,1% ຂອງ​ທົ່ວ​ປະ​ເທດຫວຽດນາມ ແລະ ຈະຊ່ວຍ​ເພີ່ມລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສສ ຫວຽດນາມ ຂຶ້ນອີກ 25,4%, ພ້ອມ​ທັງ​ຈະປັບປຸງການຄົມມະນາຄົມໃນ​ການ​ສົ່ງ​ອອກ​ ແລະ ນໍາເຂົ້າສິນ​ຄ້າ ຂອງ ສສ ຫວຽດນາມ ໃຫ້ດີຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບໃນດ້ານການ​ຂົນ​ສົ່ງ​ຜ່ານທາງ​ລົດ​ໄຟທັງຊຸກ​ຍູ້​ ການ​ພັດທະ​ນາເສດ​ຖະ​ກິດ-ສັງ​ຄົມ ຂອງ ສສ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version