Home ຂ່າວໜ້າໜຶ່ງ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ກຽມເປີດໃນກາງເດືອນມີນາ ນີ້

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ກຽມເປີດໃນກາງເດືອນມີນາ ນີ້

0

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ຈະໄຂຂຶ້ນໃນລະຫວ່າງວັນທີ 17-20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງບົດລາຍງານກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2025 ບົດລາຍງານການປັບປຸງກົດໝາຍ 2 ສະບັບ ແລະ ບັນດາບົດລາຍງານ ມະຕິຄຳສັ່ງຕ່າງໆ.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃນວັນທີ 11 ມີນາ 2025 ທີ່ຫໍສະພາແຫ່ງຊາດວ່າ: ປະຕິບັດຕາມມາດຕາ 61 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງປີ 2015) ແລະ ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 65/ຄປຈ ວ່າດ້ວຍການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວ ບັນດາກໍາມາທິການ ຄະນະເລຂາທິການ ສພຊ ໄດ້ປະສານສົມທົບກັບລັດຖະ ບານ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາເຂົ້າພິຈາລະນາຕົກລົງຢູ່ກອງປະຊຸມໃນຄັ້ງນີ້ ມາເຖິງປັດຈຸບັນ ເຫັນວ່າການກະ ກຽມ ແມ່ນໄດ້ມີີຄວາມຮັບປະກັນຮອບດ້ານ ຄົບຖ້ວນສອດຄ່ອງກັບກົດໝາຍ ແລະ ນິ ຕິກໍາໃຕ້ກົດໝາຍແລ້ວ.

ໃນນາມເລຂາທິການສະພາແຫ່ງຊາດ ຫົວໜ້າກອງເລຂາກອງປະຊຸມສະໄໝວິ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂໍແຈ້ງມາຍັງບັນດາທ່ານພະນັກງານ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກໍາມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກອງປະຊຸມຄັ້ງນີ້ ຈະໄຂຂຶ້ນໃນລະຫວ່າງວັນທີ 17-20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງ ຊາດ ນະຄອນຫຼວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 4 ວັນ ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນສຳຄັນຄື: ບົດລາຍງານກ່ຽວກັບການປັບ ປຸງລັດຖະທໍາມະນູນ ສະບັບປີ 2025 ບົດລາຍງານການປັບປຸງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດ ຖະກອນ ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານກົງຈັກຂອງລັດຖະບານ ບົດລາຍງານ ຂອງລັດຖະບານ ກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ ລົງ ທຶນໃນນິຄົມອຸດສາຫະກໍາອໍາມະຕະ ແລະ ມະຕິສະພາແຫ່ງຊາດ 5 ສະບັບ ຄື:ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025 ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບ ປຸງປີ 2025 ມະຕິວ່າດ້ວຍການຮັບຮອງເອົາວຽກງານຂອງລັດຖະບານ ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອຳມະຕະ.

ຄະນະປະຈຳສະພາແຫ່ງຊາດ ເຊີນຊວນບັນດາທ່ານພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແລະ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ໃນໄລຍະດຳເນີນກອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງ ໜ່ວຍຮັບຄຳສະ ເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະ ເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໂດຍຜ່ານໂທລະສັບ: ສາຍດ່ວນ: 156 ໃນໂມງລັດຖະການ ຫຼື ສົ່ງຜ່ານອີເມວ: nalao.156@gmail.com ແລະ App: Laona.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version