Home ຂ່າວໜ້າໜຶ່ງ ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

0

ໃນຕອນເຊົ້າວັນທີ 11 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດສັງຄົມ ຢູ່ເມືອງຊານໄຊ, ແຂວງອັດຕະປື; ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ກ່ອນອື່ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ປະຊາຊົນເຂດຈຸດສຸມກຸ່ມບ້ານວັງຕັດ ເຫັນວ່າ: ກຸ່ມບ້ານດັ່ງກ່າວ ມີ 6 ບ້ານຂຶ້ນກັບ, ມີ 631 ຫຼັງຄາເຮືອນ (ຍັງມີຄອບຄົວທຸກຍາກ 43 ຄອບຄົວ), ພົນລະເມືອງທັງໝົດ 3,693 ຄົນ, ຍິງ 1,790 ຄົນ; ທົ່ວເຂດມີເນື້ອທີ່ການຜະລິດ 750 ກວ່າເຮັກຕາ, ໃນນັ້ນ ມີເນື້ອທີ່ໄຮ່ໝູນວຽກ 670 ກວ່າເຮັກຕາ, ເນື້ອທີ່ນາ 76 ເຮັກຕາ, ເນື້ອທີ່ສວນກາເຟ 5 ເຮັກຕາ;​ ມີຄວາຍ 1,100 ກວ່າໂຕ, ງົວ 600 ກວ່າໂຕ ແລະ ຍັງມີສັດລ້ຽງອື່ນໆ; ມີໂຮງຮຽນປະຖົມ 6 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ, ມີໂຮງໝໍນ້ອຍ 3 ແຫ່ງ; ອາຊີບຫຼັກຂອງປະຊາຊົນ ແມ່ນເຮັດໄຮ່, ເຮັດສວນ ປູກພືດ-ຜັກ, ລ້ຽງສັດ ເປັນຕົ້ນຕໍ.

ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະຮັບຜິດຊອບພັດທະນາກຸ່ມບ້ານ ແລະ ປະຊາຊົນກຸ່ມບ້ານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ໃນຄວາມພະຍາຍາມແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຕ່າງໆ ຂອງລັດຖະບານ ເຊິ່ງເຫັນວ່າມີທ່າອ່ຽງດີຂຶ້ນ, ພ້ອມກັນນັ້ນ ກໍ່ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ແລະ ແຜນການຈັດກິດຈະກຳ ຂອງການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025. ອັນສໍາຄັນ, ທ່ານ ໄດ້ເນັ້ນໜັກ ໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ໃນຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ລັກຕັດໄມ້-ຈູດປ່າ, ການໂຄສະນາຊວນເຊື່ອ ໃນທາງທີ່ບໍ່ຖືກຕ້ອງ. ໃຫ້ພ້ອມກັນເອົາໃຈໃສ່ປົກປັກຮັກສາແຫຼ່ງນໍ້າທຳມະຊາດ ໃຫ້ມີຄວາມສະອາດ, ປອດໄພ ແລະ ຍືນຍົງ ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ໂດຍຫຼີກລ່ຽງການຖາງປ່າເຮັດໄຮ່ແບບເລື່ອນລອຍ, ຈູດປ່າ, ນຳໃຊ້ສານເຄມີ ແລະ ອື່ນໆ ທີ່ເປັນການທຳລາຍທຳມະຊາດ ແລະ ສົ່ງຜົນກະທົບຕໍ່ສິ່ງມີຊີວິດ; ຈັດຕັ້ງການປູກ-ການລ້ຽງ ທີ່ທ້ອງຖິ່ນມີທ່າແຮງ ແລະ ເປັນເສດຖະກິດ ຢ່າງເປັນລະບົບ; ໃຫ້ການຮ່ວມມື, ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນ. ນອກນັ້ນ, ທ່ານ ນາຍົກລັດ ຖະມົນຕີ ຍັງໄດ້ມອບເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ກຸ່ມບ້ານດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນການພັດທະນາກຸ່ມບ້ານ, ທັງໄດ້ມອບເຄື່ອງນຸ່ງ ແລະ ອຸປະກອນການຮຽນ ໃຫ້ນັກຮຽນ ຕື່ມອີກ.

ໃນຕອນບ່າຍ ຂອງວັນດຽວກັນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ຕິດຕາມກວດເບິ່ງການປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດ ວັງຕັດ ມາຍນິງກຼຸບ ເຊິ່ງທ່ານ ພົງໄຊຊະນະ ໄຊຍະເສນາ, ປະທານບໍລິສັດ ວັງຕັດ ມາຍນິງກຼຸບ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ກັບລັດຖະບານ ໃນເດືອນເມສາ 2019 ຈໍານວນເນື້ອທີ່ 3 ກິໂລຕາແມັດ, ມາຮອດເດືອນເມສາ 2022 ກໍ່ໄດ້ເຊັນສັນຍາ ຂະຫຍາຍເນື້ອທີ່ຂຸດຄົ້ນແຮ່ຄໍາ ແລະ ແຮ່ທີ່ຕິດພັນ ເພີ່ມອີກ 18 ກິໂລຕາແມັດ. ຜ່ານການຈັດຕັ້ງປະຕິບັດໂຄງການ ແມ່ນສາມາດດຳເນີນຕາມແຜນທີ່ກຳນົດໄວ້ ໂດຍສະເພາະ ປະລິມານການຂຸດຄົ້ນແຮ່, ການຄັດແຍກແຮ່, ການຜະລິດໂລຫະ ທີ່ໄດ້ຈາກການຄັດແຍກ; ພ້ອມດຽວກັນນັ້ນ ໄດ້ປະຕິບັດພັນທະໃຫ້ລັດ ຄື: ປີ 2023 ຈໍານວນ 72.8 ຕື້ກີບ ແລະ 3.1 ລ້ານໂດລາ; ປີ 2024 ປະຕິບັດໄດ້ 222.5 ຕື້ກີບ ແລະ 10.37 ລ້ານໂດລາ.

ນອກນັ້ນ ຍັງໄດ້ໃຫ້ການຊ່ວຍເຫຼືອຊ່ວຍສັງຄົມ ລວມມູນຄ່າທັງໝົດ 31 ຕື້ກວ່າກີບ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍສະເພາະ ຜູ້ຕາງໜ້າບັນດາຂະແໜງການຂອງສູນກາງ, ການນໍາແຂວງອັດຕະປື, ການນໍາເມືອງຊານໄຊ ແລະ ບໍລິສັດຜູ້ພັດທະນາໂຄງການ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ສົມທົບກັນ ກວດກາຄືນບັນດາເອກະສານການດຳເນີນກິດຈະການ ຂອງບໍລິສັດແມ່ ແລະ ບັນດາບໍລິສັດລູກ, ລວມທັງ ການປະຕິບັດພັນທະຕ່າງໆ ເພື່ອໃຫ້ຖືກຕ້ອງ, ຄົບຖ້ວນ-ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ໃຫ້ອົງການປົກຄອງທ້ອງຖິ່ນ ແລະ ບໍລິສັດ ສົມທົບກັນສ້າງແຜນການຜະລິດສະບຽງອາຫານ ເພື່ອສະໜອງໃຫ້ໂຄງການ ທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຫຼາຍຂຶ້ນ, ການຜະລິດ ຕ້ອງບົນພື້ນຖານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທີ່ສອງຝ່າຍກຳນົດ ຢ່າງເປັນປົກກະຕິ; ໃຫ້ບໍລິສັດ ສືບຕໍ່ປະກອບສ່ວນພັດທະນາທ້ອງຖິ່ນ ໃນເຂດໂຄງການໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນ ກໍ່ປະກອບສ່ວນພັດທະນາສັງຄົມ ໂດຍສະເພາະ ການສຶກສາ, ໂຄງລ່າງພື້ນຖານ ແລະ ປັດໃຈການຜະລິດ, ການສ້າງອາຊີບຄົງທີ່ ແລະ ວຽກເຮັດງານທຳ ໃຫ້ປະຊາຊົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວໄດ້ຮັບການປັບປຸງ ນັບມື້ນັບດີຂຶ້ນເປັນກ້າວໆ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version