“ການເປີດກວ້າງການເປີດປະຕູສູ່ພາຍນອກຂອງຈີນທີ່ມີລັກສະນະຕໍ່ເນື່ອງ ແລະ ຄວາມໝັ້ນທ່ຽງ, ການຄາດຄະເນແບບນີ້ມີຄວາມສຳຄັນຫຼາຍຕໍ່ວິສາຫະກິດທຶນຕ່າງປະເທດ, ທັງເປັນສິ່ງອ້າງອີງແຫ່ງຄວາມໝັ້ນໃຈຂອງພວກເຮົາທີ່ມີຢ່າງເລິກ ເຊິ່ງຕໍ່ການພັດທະນາທຸລະກິດຢູ່ຈີນ.” ເມື່ອບໍ່ດົນມານີ້, ທ່ານ ນາງ ຫວາງຊົ່ງ, ຮອງຜູ້ອຳນວຍການໃຫຍ່ສາຂາອາຊີປາຊີຟິກ ຂອງກຸ່ມບໍລິສັດ Novonesis ຈາກ ດານມາກ ທີ່ເປັນວິສາຫະກິດຊີວະພາບທີ່ມີຊື່ສຽງໄດ້ຕິດຕາມຂໍ້ມູນນະໂຍບາຍທີ່ເຜີຍແຜ່ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງແຫ່ງຊາດຈີນ ຫຼື ເອີ້ນຫຍໍ້ວ່າ “ກອງປະຊຸມສອງສະພາ”. ລາວບອກວ່າ, ບົດລາຍງານວຽກງານຂອງລັດຖະບານໃນປີນີ້ໄດ້ເນັ້ນໜັກເຖິງການພັດທະນາອຸດສາຫະກຳທັນສະໄໝຕ່າງໆ ເຊິ່ງລວມທັງການຜະລິດຢາຊີວະພາບ ແລະອື່ນໆ, ສະແດງໃຫ້ເຫັນວ່າ ຂະແໜງການນີ້ຈະມີອະນາຄົດທີ່ດີ.
ການຕິດຕາມກອງປະຊຸມສອງສະພາຂອງຈີນ ຄືດັ່ງ ທ່ານ ນາງຫວາງຊົ່ງ ເປັນສິ່ງທີ່ຈຳເປັນສຳລັບພະນັກງານບໍລິຫານຂັ້ນສູງຂອງວິສາຫະກິດທຶນຕ່າງປະເທດຢູ່ຈີນ. ນັບມາຮອດທ້າຍປີ 2024, ວິສາຫະກິດທີ່ນັກທຸລະກິດຕ່າງປະເທດລົງທຶນສ້າງຕັ້ງຂຶ້ນຢູ່ຈີນໄດ້ມີຫຼາຍກວ່າ 1.239.000 ແຫ່ງ, ການລົງທຶນຕົວຈິງຂອງຕ່າງປະເທດມີເຖິງ 20.600 ຕື້ຢວນ. ໃນຖານະທີ່ເປັນພິຍານ, ເປັນຜູ້ປະກອບສ່ວນ ແລະ ຜູ້ໄດ້ຮັບຜົນປະໂຫຍດໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກຂອງຈີນ, ວິສາຫະກິດທຶນຕ່າງປະເທດໄດ້ເຊື່ອມໂຍງ ແລະ ພັດທະນາພ້ອມກັນກັບການພັດທະນາຂອງເສດຖະກິດຈີນ.
ໃນບົດລາຍງານວຽກງານລັດຖະບານຈີນຂອງປີນີ້, ໄດ້ກຳນົດເອົາ “ການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ຕັ້ງໜ້າຮັກສາຄວາມໝັ້ນທ່ຽງຂອງການຄ້າກັບຕ່າງປະເທດ ແລະ ດຶງດູດການລົງທຶນຂອງຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງ” ເປັນໜຶ່ງໃນ 10 ໜ້າທີ່ສຳຄັນຂອງວຽກງານລັດຖະບານຈີນໃນປີ 2025. ຈີນພວມເປີດປະຕູສູ່ພາຍນອກນັບມື້ນັບກວ້າງຂວາງກວ່າເກົ່າ, ໂອກາດຕະຫຼາດຂອງທຶນຕ່າງປະເທດຈະນັບມື້ນັບເພີ່ມຂຶ້ນ.
ທຶນຕ່າງປະເທດໄດ້ພ້ອມກັນລົງເລິກການພັດທະນາທຸລະກິດຢູ່ຈີນ ເຊິ່ງມີສາເຫດທີ່ສາມາດເຂົ້າໃຈໄດ້ງ່າຍວ່າ: ຈີນເປັນຕະຫຼາດໃຫຍ່ພິເສດ, ມີລະບົບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ຄົບວົງຈອນ ແລະ ມີປະສິດທິພາບສູງ, ສະພາບແວດລ້ອມການປະດິດສ້າງໃໝ່ທີ່ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ສາມາດສະໜອງຜູ້ມີຄວາມຮູ້ຄວາມສາມາດໃນລະດັບສູງຢ່າງພຽງພໍ, ມີຄວາມຕ້ອງການຕໍ່ການບໍລິໂພກທີ່ຍົກລະດັບສູງຂຶ້ນເລື້ອຍໆ ແລະອື່ນໆ.
ເມື່ອເບິ່ງໄປໃນຂອບເຂດທົ່ວໂລກແລ້ວ ແມ່ນບໍ່ສາມາດຊອກເຫັນໄດ້ທ່າແຮງຄືແບບນີ້ອີກ. ການຖືເອົາປະເທດຈີນເປັນບ້ານເກີດຂອງຕົນ, ກ້າວເດີນໄປພ້ອມກັນກັບການປະດິດສ້າງໃໝ່ ແລະ ອວ່າຍໜ້າສູ່ທົ່ວໂລກ ໄດ້ກາຍເປັນຕັກກະທີ່ເລິກເຊິ່ງໃນຍຸດທະສາດການພັດທະນາຂອງວິສາຫະກິດທຶນຕ່າງປະເທດຈຳນວນຫຼວງຫຼາຍ.