ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຟ້າມ ມິງຈິງ,ນາຍົກລັດຖະມົນຕີຫວຽດນາມ, ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບ ທ່ານ ອາດີເບກ ກາຊິມາເຢບ( Adylbek Kasimalyev), ນາຍົກລັດຖະມົນຕີກຽກກີດສະຖານ ພວມຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 6–7 ມີນານີ້. ຈາກນັ້ນ ທ່ານ ຟ້າມ ມິງຈິງ ຢັ້ງຢືນລະດັບຄວາມສຳຄັນ ຂອງການຮັກສາການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງໃນທຸກຊ່ອງທາງກໍ່ຄືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ພ້ອມທັງຢັ້ງຢືນວ່າ: ສສ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ກຽກກີດສະຖານ ເພີ່ມທະວີ ການຮ່ວມມືກັບອາຊຽນ, ເສີມຂະຫຍາຍບົດບາດ ແລະ ເຊື່ອມຕໍ່ ສສ ຫວຽດນາມ ກັບພາກພື້ນອາຊີກາງ ພ້ອມທັງສະເໜີໃຫ້ກຽກກີສະຖານ ສະໜັບສະໜູນຫລັກໝັ້ນຂອງ ສສ ຫວຽດນາມ ແລະ ອາຊຽນ ໃນບັນຫາຢູ່ທະເລຈີນໃຕ້. ສ່ວນທ່ານ ນາຍົກລັດຖະມົນຕີກຽກກີດສະຖານ ຖືວ່າ ສສ ຫວຽດນາມ ແມ່ນບຸລິມະສິດການຕ່າງປະເທດແຖວໜ້າຂອງຕົນ ແລະ ປາດຖະໜາ ຢາກພ້ອມກັບ ສສ ຫວຽດນາມ ພັດທະນາການ ຮ່ວມມືສອງຝ່າຍໃນບັນດາຂົງເຂດ ເຊິ່ງສອງຝ່າຍ ອາດຈະມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ. ພາຍຫລັງການເຈລະຈາ, ການນຳສອງຝ່າຍໄດ້ເຊັນຖະແຫລງການຮ່ວມ ແລະ ພ້ອມກັນເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານ ຮ່ວມມືສອງຝ່າຍບາງສະບັບ, ລວມມີ: ສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດກົດໝາຍ ລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸທິຕຳກຽກກີສະຖານ, ບົດບັນທຶກຊ່ວຍຈຳ ລະຫວ່າງ ກົມການບິນພົນລະເຮືອນ, ກະຊວງກໍ່ສ້າງ ຫວຽດນາມ ແລະ ກົມການບິນພົນລະເຮືອນກຽກກີສະຖານ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ