ສຳນັກຂ່າວເອເອຟພີ, ວັນທີ 13 ຕຸລານີ້, ອິນໂດເນເຊຍ ວາງແຜນສ້າງສູນກາງທາງການເງິນ ໃນເກາະບາຫລີ ຊຶ່ງເປັນແຫລ່ງທ່ອງທ່ຽວ ຍອດນິຍົມຖືເປັນອີກໜຶ່ງຄວາມພະຍາຍາມກະຕຸ້ນເສດຖະກິດທ້ອງຖິ່ນທີ່ຊັກຊ້າດ້ວຍການດຶງດູດທະນາຄານສາກົນ, ຜູ້ຄຸ້ມຄອງຊັບສິນ ແລະ ບໍລິສັດຫຸ່ນສ່ວນເອກະຊົນ. ຈາກນັ້ນ ທ່ານ ປຣາໂບໂວ ຊູບຽນໂຕ, ປະທານາທິບໍດີອິນໂດເນເຊຍ ອະນຸຍາດຂໍສະເໜີຂອງລັດຖະບານ ໃນການສ້າງເກາະບາຫລີ ຊຶ່ງເປັນເກາະທ່ອງທ່ຽວໃຫ້ກາຍເປັນສູນກາງ ທາງການເງິນສາກົນ ໃນອິນໂດເນເຊຍ ແລະ ເມືອງດູໄບ ຂອງສະຫະນະຄອນເອເມຣັດອາຣັບ (ຍູເອອີ) ໂດຍສູນກາງ ທາງການເງິນບາຫລີ ຈະສະເໜີການຍົກເວັ້ນ ແລະ ກົດລະບຽບ ລວມເຖິງຂັ້ນຕອນທາງການທີ່ຫຍຸ້ງຍາກ ທີ່ເປັນບັນຫາຢ່າງຕໍ່ເນື່ອງສຳລັບບໍລິສັດຕ່າງໆ ທີ່ຕ້ອງການເຮັດທຸລະກິດໃນອິນໂດເນເຊຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ