Home ຂ່າວຕ່າງປະເທດ ສປ ຈີນ ຊຸກຍູ້ການແລກປ່ຽນ-ຖອດຖອນບົດຮຽນດ້ານອາລິຍະທຳໂລກ

ສປ ຈີນ ຊຸກຍູ້ການແລກປ່ຽນ-ຖອດຖອນບົດຮຽນດ້ານອາລິຍະທຳໂລກ

0

ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປ​ະ​ຊຸມສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະປະ​ຊາ​ຊາດສະ​ໄໝ​ທີ 78 ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື ແລະ ​ຕົກ​ລົງ​ເປັນ​ເອ​ກະ​ພາບ​ກັນ​​ຮັບ​ຮອງ​ມະ​ຕິ​ ກ່ຽວ​ກັບ​ການ​ກຳ​ນົດວັນ​ສົນ​ທະ​ນາອາ​ລິ​ຍະ​ທຳສາ​ກົນ​ທີ່​ ສປ ຈີນ ​ເປັນ​ຜູ້​ສະ​ເໜີ​ອອກ. ຫລັງຈາກສຳ​ນັກ​ງານເລ​ຂາ​​ທິ​ການອົງ​ການ​ສະ​ຫະປະ​ຊາ​ຊາດ​ ໄດ້​ສ້າງ​ຕັ້ງ​ເວັບ​​ໄຊ ສະ​ເພາະວັນ​ສົນ​ທະ​ນາອາ​ລິ​ຍະ​ທຳສາ​ກົນ (ສະ​ບັບ ​ພາ​ສາ​ອັງ​ກິດ). ຈາກນັ້ນ ທ່ານ ລີນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫລງ​ຂ່າວ​ວ່າ: ໃນ​ວັນ​ທີ 10 ມິ​ຖຸ​ນາ​​ປີ​ນີ້, ປະ​ຊາ​ຄົມ​ໂລກ​ຈະ​ສະ​ເຫລີມສະ​ຫລອງວັນ​ສົນ​ທະ​ນາອາ​ລິ​ຍະ​ທຳສາ​ກົນຄັ້ງທຳ​ອິດ. ໃນ​ຖາ​ນະ​ທີ່ເປັນ​ປະ​ເທດ​ລິ​ເລີ່ມ​, ສປ ຈີນ ​ຍິນ​ດີ​ຮ່ວມ​ກັບບັນ​ດາ​ຝ່າຍເກາ​ະ​ແຂນຮ່ວມ​ກັນ ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ ແລະ​ ຖອດ​ຖອນ​ບົດ​ຮຽນດ້ານອາ​ລິ​ຍະ​ທຳຂອງ​ໂລກ, ຜ່ານ​ການ​ສົນ​ທະ​ນາ​ດ້ານ​ອາ​ລິ​ຍະ​ທຳ​ມາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ແລະ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໃຫ້ດີກວ່າ​ເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version