Home ຂ່າວຕ່າງປະເທດ ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດຫລາຍກວ່າ 60.000.000 ເທື່ອຄົນ

ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດຫລາຍກວ່າ 60.000.000 ເທື່ອຄົນ

0

ວິທະຍຸ-ໂທລະພາບສູນກາງຈີນ, ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ເປີດ​ບໍ​ລິ​ການ​ເປັນ​ຕົ້ນ​ມາໄດ້​ແລ່ນ​ລົດ​ໂດຍ​ສານ ທັງ​ໝົດ 84.000 ຂະ​ບວນ ແລະ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ ຫລາຍກວ່າ 60.000.000 ລ້ານ​ເທື່ອ​ຄົນ ເຊິ່ງ​ໄດ້​ເປັນ​ການ​ຄ້ຳ​ປະ​ກັນທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງເຊື່ອມ​ຈອດ​ກັນ​ ຂອງ​ພາກ​ພື້ນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມຢູ່​ລຽບ​ຕາມເສັ້ນ​ທາງ​ລົດ​ໄຟດັ່ງ​ກ່າວ. ນັບ​ແຕ່ເສັ້ນ​ທາງ​ລົດ​ໄຟລາວ-ຈີນ ​ເປີດ​ບໍ​ລິ​ການ​ເປັນ​ຕົ້ນ​ມາໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ 115 ປະ​ເທດ​ ແລະ ເຂດ​ແຄ້ວນ​ທົ່ວ​ໂລກ, ໃນ​ນັ້ນ, ມີ​ນັກ​ທ່ອງ​ທ່ຽວຫລາຍກວ່າ 595.000 ຄົນ​ໃຊ້​ບໍ​ລິ​ການ​ຂະ​ບວນ​ລົດ​ໄຟໂດຍ​ສານ​ສາ​ກົນຂ້າມ​ຊາດ. ນັບ​ແຕ່​ຕົ້ນ​ປີ​ນີ້ມາ​ຮອດ​ ວັນ​ທີ 8 ຕຸ​ລາ​ນີ້, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານທັງ​ໝົດ​ 15.480.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 2,38% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ 2024, ໃນ​ນັ້ນ​ມີ​ຜູ້​ໂດຍ​ສານ​ຂ້າມ​ຊາດ ​ເກືອບ 200.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,17% ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ບົດ​ບາດ​ທີ່​ເປັນ​ຊ່ອງ​ທາງ​ຄຳ​ ຂອງ​ເສັ້ນ​ທາງ​ລົດ​ໄຟລາວ-ຈີນ​ ນັບ​ມື້ນັບ​ພົ້ນ​ເດັ່ນ​ຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version