Home ຂ່າວຕ່າງປະເທດ ສ.ອາເມລິກາ-ການາດາ ປຶກສາຫາລືບັນຫາພາສີ-ສານເຟັນທານິນ ຜ່ານທາງໂທລະສັບ

ສ.ອາເມລິກາ-ການາດາ ປຶກສາຫາລືບັນຫາພາສີ-ສານເຟັນທານິນ ຜ່ານທາງໂທລະສັບ

0

ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 5 ມີ​ນານີ້, ທ່ານ​ ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ ກັບ​ທ່ານ ​ຈັ​ສ​ຕິນ ທ​ຣູ​ໂດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ກາ​ນາ​ດາ​ ໄດ້​ສົນ​ທະ​ນາ ​ຜ່ານ​ທາງ​ໂທ​ລະ​ສັບ, ໂດຍທັງສອງ​ຝ່າຍ​ ໄດ້​ປຶກ​ສາ​ ຫາ​ລື​ກ່ຽວ​ກັບ ​ບັນ​ຫາ​ພາ​ສີ ແລະ ສານເຟັນ​ທາ​ນິນ. ທ່ານ​ ໂດ​ນັນ ທ​ຣຳ ​ໄດ້​ເຜີຍ​ໃຫ້​ຮູ້​ ຜ່ານ​ທາງ​ສື່​ສັງ​ຄົມ​ ອອນ​ລາຍ​ວ່າ: ທ່ານ ​ຕ​ຣູ​ໂດ ​ໄດ້​ໂທ​ລະ​ສັບ​ ລົມ​ກັບ​ຕົນ, ຖາມ​ວ່າ ຈະ​ສາ​ມາດ​ ໃຊ້​ມາດ​ຕະ​ການ​ແນວ​ໃດ​ແດ່​ ເພື່ອຮັບ​ມື​ກັບ ​ບັນ​ຫາ​ພາ​ສີ. ທ່ານ​ ເວົ້າ​ຕໍ່ ​ທ່ານ ຈັ​ສ​ຕິນ ​ຕ​ຣູ​ໂດ​ວ່າ: ມີ​ຫລາຍ​ຄົນ​ ເສ​ຍ​ຊີ​ວິດ​ຍ້ອນ​ ສານ​ເຟັນ​ທາ​ນິນ ທີ່​ເຂົ້າ​ແດນ ​ອາ​ເມ​ລິ​ກາ​ ໂດຍ​ຜ່ານ​ເຂດ​ຊາຍ​ແດນ​ ກາ​ນາ​ດາ ແລະ ເມັກ​ຊິກ, ພ້ອມກັ້ນ​ນັ້ນ, ບໍ່​ມີ​ຫລັກ​ຖານ ​ອ້າງ​ອີງ​ໃດໆ ​ສາ​ມາດ​ຢືນ​ຢັນ​ວ່າ​ ສະ​ພາບ​ການ​ດັ່ງ​ກ່າວ​ ໄດ້​ສິ້ນ​ສຸດ​ລົງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version