Home ຂ່າວການເມືອງ ສະຫະພັນກໍາມະບານລາວ ຍົກສູງບົດບາດການນຳພາ ຂອງພັກ ຕະຫລອດ ໄລຍະ 70 ປີ

ສະຫະພັນກໍາມະບານລາວ ຍົກສູງບົດບາດການນຳພາ ຂອງພັກ ຕະຫລອດ ໄລຍະ 70 ປີ

0

ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ໃກ້ຊິດ-ຕິດແທດ ແລະ ໃຫ້ທິດຊີ້ນໍາຕໍ່ສະຫະພັນກໍາມະບານລາວ ໃນການເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຕະຫລອດໄລຍະເວລາທີ່ສະຫະພັນກໍາມະບານລາວ ໄດ້ກຳເນີດມາແຕ່ວັນທີ 1 ກຸມພາ ປີ 1956 ມາເຖິງປັດຈຸບັນ ກໍມີອາຍຸຄົບຮອບ 69 ປີ ກໍໄດ້ຮັບການອົບຮົມບົ່ມເພາະ ໃນຫລາຍໆດ້ານເຮັດໃຫ້ສະຫະພັນກໍາມະບານລາວ ໄດ້ເຄື່ອນໄຫວ ແລະ ມີບົດບາດໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງສະຫະພັນກໍາມະບານລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ໂດຍໄດ້ຕີລາຄາ ແລະ ຍົກສູງບົດບາດການນຳພາຂອງພັກ ຕະຫລອດໄລຍະ 70 ປີ ຜ່ານມາ ເຊິ່ງພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າ ທີ່ມີການຈັດຕັ້ງ ແລະ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ເປັນຕົວແທນ ທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ. ພັກປະຊາຊົນປະຕິວັດລາວ ແມ່ນພັກກຳອໍານາດ ເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະຊາຊົນບັນດາເຜົ່າ ປະຕິບັດສອງໜ້ທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ. ໃນຕະລອດໄລຍະ 70 ປີ ທີ່ຜ່ານມາ ພັກໄດ້ມີຜົນງານອັນໃຫ່ຍຫລວງ ໃນການຫັນປ່ຽນໃໝ່ ໃນການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຊາດ ແລະ ສາກົນ ໂດຍມີແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ ເຊິ່ງເຮັດໃຫ້ປະເທດຊາດ ມີເອກະ ລາດ, ມີສະຖຽນລະພາບ ທາງດ້ານການເມືອງ, ອໍານາດ ແລະ ອະທິປະໄຕ ປົກປັກຮັກສາ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ສິດເປັນເຈົ້າຂອງປະເທດຊາດ ຂອງ ພະນັກ ງານ-ລັດຖະກອນ, ກຳມະກອນ ແລະ ປະຊາຊົນ ຜູ້ອອກແຮງງານລາວບັນດາເຜົ່າ ໄດ້ຮັບການເສີມຂະ ຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີພາຍໃນພັກ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ໄດ້ມີຄວາມໜັກແໜ້ນເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ພັດ ທະນາດີຂຶ້ນ, ບັນຫາທີ່ສໍາຄັນ ທີ່ຕັ້ງບົດບາດ ແລະ ອິດທິພົນ ຂອງປະເທດຊາດ ໄດ້ຮັບການເຊີດຊູໃຫ້ສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຍັງໃຫ້ຮູ້ອີກວ່າ: ຄະນະບໍລິຫານງານພັກ ສູນກາງສະຫະ ພັນກໍາມະບານລາວ ໄດ້ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ຂອງຄະນະບໍລິຫານງານພັກ ສູນກາງສະຫະພັນກໍາມະບານລາວ ໄດ້ນໍາພາ-ຊີ້ນໍາ ສະ ຫະພັນກໍາມະບານ ແຕ່ລະຂັ້ນ ເປັນເຈົ້າການຍົກສູງບົດບາດ ແລະ ເຄື່ອນໄຫວວຽກງານຕາມພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ ເຊິ່ງສະແດງອອກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ໂດຍສະເພາະ ສະ ຫະພັນກໍາມະບານລາວ ໄດ້ມີກົດໝາຍ, ກົດລະບຽບໃນແຕ່ລະໄລຍະ, ມີນິຕິກໍາ ໃນການເຄື່ອນໄຫວ, ມີການຈັດຕັ້ງຄົບຊຸດ ນັບແຕ່ສູນກາງລົງຮອດກຳມະບານຮາກຖານ, ຂະຫຍາຍການຈັດຕັ້ງ ແລະ ສະມາ ຊິກກໍາມະບານ ໃນຂົງເຂດລັດບໍລິຫານ ແລະ ຫົວໜ່ວຍແຮງງານ, ເຮັດໜ້າທີ່ໃນການປົກປ້ອງ ສະມາ ຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ທາງດ້ານສິດຜົນປະໂຫຍດ, ຍົກລະດັບຊີວິດການເປັນຢູ່ຂອງ ສະມາຊິກກຳມະບານ, ກຳມະກອນ ໂດຍສະເພາະ ແມ່ນນໍາສະເໜີຂຶ້ນຄ່າແຮງງານຂັ້ນຕໍ່າໃນແຕ່ລະໄລຍະ ແລະ ອຸດໜູນຄ່າຄອງຊີບ ຕໍ່ລັດຖະບານ ແລະ ປະກາດໃຫ້ຈັດຕັ້ງປະຕິບັດໃນປີ 2024 ເປັນຕົ້ນມາ, ສ້າງສາຍພົວພັນແຮງງານທີ່ດີ ລະຫວ່າງ ຜູ້ໃຊ້ແຮງງານ ກັບຜູ້ອອກແຮງງານ ໃຫ້ມີຄວາມກົມກຽວ ເພື່ອຫລີກເວັ້ນຈາກການເອົາລັດເອົາປຽບ, ຮັກແພງສາມັກຄີ ເພື່ອບັນລຸຕາມແຜນການຜະລິດ ແນໃສ່ ພັດທະນາເສດຖະກິດຂອງຊາດ.

ເພື່ອສືບຕໍ່ ຮໍ່າຮຽນເອົາບົດຮຽນການນໍາພາຂອງພັກ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ນັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຕ້ອງເຊື່ອມຊຶມ ແລະ ເຂົ້າໃຈວ່າ ໃນຕະຫລອດໄລ ຍະ 70 ປີ ທີ່ພັກເຮົາໄດ້ຮັບການສ້າງຕັ້ງ, ຕໍ່ສູ້, ເຕີບໃຫ່ຍຂະຫຍາຍຕົວ ແລະ ນໍາພາການປະຕິວັດຈົນມາເຖິງປັດຈຸບັນ ພັກໄດ້ຮັກສາຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ, ພວກເຮົາຕ້ອງເປັນກໍາລັງແຮງໃຫ້ແກ່ພັກ, ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາຂອງພັກ ເພາະພາລະກໍາປະຫວັດສາດອັນໃຫ່ຍຫລວງ, ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ຂອງພັກ ແມ່ນສືບຕໍ່ ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ; ສ້າງການຫັນປ່ຽນໃໝ່ທີ່ແຂງ ແຮງ ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ ການບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ກ້າວເດີນໄປສຸ່ຈຸດໝາຍ ສັງຄົມນິຍົມ ຢ່າງໜັກແໜ້ນ ເຮັດໃຫ້ປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນ ຮັ່ງມີ ຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ.

ໂອກາດນີ້, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຍັງໄດ້ແດງຄວາມຈາລຶກ ແລະ ຮູ້ບຸນຄຸນ ຕໍ່ ບັັນດາ ຜູ້ນໍາຮຸ່ນກ່ອນ ແລະ ປັດຈຸບັນ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງ, ຄວາມເສຍສະລະ, ບົດຮຽນ, ປະສົບການຕ່າງໆ ເຂົ້າໃນການປະຕິບັດໜ້າທີ່ການເມືອງອັນສູງສົ່ງ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວ ແລະ ປວງຊົນທັງຊາດ ມີຄວາມຢູ່ເຢັນເປັນສຸກ. ພ້ອມທັງ ອວຍພອນໃຫ້ຄະນະນໍາຂັ້ນສູງ ພັກ, ລັດ ຈົ່ງມີພະລານະໄມທີ່ສົມບູນ, ສຸກກາຍສຸກໃຈ ສືບຕໍ່ນໍາພາ ແລະ ກໍ່ສ້າງປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວຂຶ້ນຕາມຈຸດໝາຍທີ່ພັກເຮົາວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version