ໃນວັນທີ 25 ກຸມພາ 2025 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ສະ ມາຄົມນັກຂ່າວ ແຫ່ງ ສປປລາວ ຮ່ວມກັບອົງການແຄຣ໌ນາໆຊາດປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເວທີເສວະນາໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນ” ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການອົງການແຄຣ໌ ນານາຊາດ ປະຈຳລາວ, ຕາງໜ້າຈາກສະຫະ ພາບເອີຣົບ, ວິທະຍາກອນຈາກຫວຽດນາມ, ໄທ, ການນໍາຈາກອົງການສື່, ນັກຂ່າວໃນຂອບເຂດທົ່ວປະເທດເຂົ້າ ຮ່ວມທັງໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ປະມານ 200 ຄົນ.

ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຄຳເຫັນກ່າວເປີດກອງປະຊຸມວ່າ: “ນັກຮົບສື່ມວນຊົນມີບົດບາດສໍາຄັນຫຼາຍໃນການກະຈາຍຂໍ້ມູນຂ່າວສານສູ່ສັງຄົມ, ຊຶ່ງມັນໄດ້ສະທ້ອນໃຫ້ເຫັນທັງໃນດ້ານບວກ ແລະ ໃນດ້ານລົບຕໍ່ການດໍາລົງຊີວິດປະຈໍາວັນຂອງຄົນໃນຍຸກດິຈິຕອນທີ່ມີການແຂ່ງຂັນກັນພັດທະນາລະບົບສື່ສານ ແລະ ເຊື່ອມສານຂໍ້ມູນຂ່າວສານທັງຫາດແວ ແລະ ຊອບແວຢ່າງບໍ່ມີພົມແດນ ແລະ ຂອບເຂດຈໍາກັດ, ສະ ນັ້ນ, ນັກຂ່າວຈຶ່ງຕ້ອງໄດ້ມີການຮິ່ນຕອງຢ່າງຮອບຄອບ ແລະ ຍຶດໝັ້ນຈັນຍາບັນໃນວິຊາຊີບສື່ຂອງຕົນ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນຫົວຂໍ້: “ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນ” ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ ຈຸດປະສົງເພື່ອໃຫ້ນັກຂ່າວຈາກອົງການສື່ມວນຊົນລາວຮູ້ນໍາໃຊ້ລະບົບດີຈີຕອນ ໂດຍສະເພາະແມ່ນປັນຍາປະດິດຢ່າງຄ່ອງແຄ້ວມາຊ່ວຍໃນການຜະລິດ, ກວດແກ້ຂ່າວ, ດັດແປງຮູບພາບ, ຕັດຕໍ່ວີດີໂອໃສ່ (ໜັງສືພິມ, ໜ້າເວັບໄຊ, ໜ້າສື່ສັງຄົມອອນລາຍຕ່າງໆ) ໄດ້ຢ່າງວ່ອງໄວ ແລະ ທັນກັບສະພາບການ ເພື່ອເພີ່ມທັກສະໃຫ້ແກ່ນັກຮົບສື່ມວນຊົນລາວໃນການລາຍງານຂ່າວບັນຫາສີຂຽວ ແລະ ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ.
ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ 8 ຫົວຂໍ້ຈາກຊ່ຽວຊານສະເພາະດ້ານ ເຊັ່ນ: ການຄຸ້ມຄອງຫ້ອງຂ່າວດີຈີຕອນຢູ່ຫວຽດ ນາມ, ການນຳໃຊ້ປັນຍາປະດິດຊ່ວຍຜະລິດຂ່າວຢູ່ໄທ, ລາຍເຊັນດີຈີຕອນ ແລະ ການນຳໃຊ້ສັນຍານອິນເຕີເນັດປະຕູດຽວ, ການນຳໃຊ້ພາສາລາວໃນລະບົບຂອງປັນຍາປະດິດ, ບັນຫາສິ່ງແວດລ້ອມ ແລະ ຜົນກະທົບຕໍ່ການດຳລົງຊີວິດຂອງມະນຸດ ແລະ ຊີວະນາໆພັນ, ການປັບໂຕເຂົ້າກັບສະພາບດິນຟ້າອາກາດ, ການປົກປັກ ຮັກສາຊີວະນາໆພັນ ແລະ ສິນເຊື່ອກາກບອນ, ຄວາມສຳຄັນຂອງການພັດທະນາສີຂຽວແບບຍືນຍົງ.