ພິທີປະກາດການອອກພັກການ-ຮັບອຸດໜູນບໍານານ, ການສັບປ່ຽນຍົກຍ້າຍໜ້າທີ່ ແລະ ການແຕ່ງຕັ້ງຂຶ້ນຮັບໜ້າທີ່ໃໝ່ ຂອງພະນັກງານຫລັກແຫລ່ງ ພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຂຶ້ນໃນວັນທີ 31 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີກໍາມະການຄະນະພັກກະຊວງ, ບັນດາສະຫາຍສະມາຊິກພັກ-ພະນັກງານຫລັກແຫລ່ງພາຍໃນກະຊວງ ຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເມື່ອເຖິງອາຍຸກະສຽນ ອອກພັກຜ່ອນ-ຮັບອຸດໜູນບໍານານ ຄະນະບໍລິຫານງານພັກ, ຄະນະພັກ-ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກລົງອະນຸມັດໃຫ້ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະວັດທະນະທຳ, ທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫຍ່ ວິທະຍຸຈະກາຍສຽງແຫ່ງຊາດລາວ, ທ່ານ ທອງຫລໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມສາພາຕ່າງປະເທດ, ທ່ານ ນາງ ວຽງທອງ ພິມມະຈັນ ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດ ພັກຜ່ອນຮັບອຸດໜູນບຳນານ. ນອກຈາກນີ້, ຍັງໄດ້ປະກາດແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການ ກະຊວງ ໄປເປັນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄປເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຄຳຫລ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປເປັນ ຫົວໜ້າກົມຮູບເງົາ, ທ່ານ ນາງ ສິມມະນີ ແກ້ວແກ່ນ ຮອງຫົວໜ້າກົມຮູບເງົາ ໄປເປັນ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ, ທ່ານ ນາງ ພອນສະຫວັນ ທິແກ້ວ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ ຂຶ້ນເປັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ. ພ້ອມກັນນີ້, ຍັງໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ອີກຈໍານວນໜຶ່ງ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ພັກ, ລັດ ຖືພະນັກງານເປັນຂໍ ກູນແຈສໍາ ຄັນ ແລະ ເປັນບັນຫາຍຸດທະສາດ ເປັນປັດໄຈຕັດສິນຕໍ່ຜົນສໍາເລັດ ຫລື ການປາລະໄຊ ຂອງການຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ, ລັດ. ຕໍ່ກັບບັນດາທ່ານທີ່ໄດ້ຮັບນະໂຍບາຍ ພັກຜ່ອນ-ຮັບອຸດໜູນບຳນານ ທັງ 4 ທ່ານ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂອງຕົນມອບໝາຍ ໃຫ້ຈົນສາມາດຍາດໄດ້ຜົນງານອັນໃຫຍ່ຫລວງ ອັນໄດ້ເປັນການປະກອບສ່ວນໃຫ້ຜົນສຳເລັດລວມຂອງກະຊວງ ຖວທ ຕະຫລອດມາ. ພ້ອມນີ້, ທ່ານກໍໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ໄດ້ຮັບຕຳແໜ່ງໃໝ່ ພ້ອມທັງສະເໜີໃຫ້ບັນດາສະຫາຍຈົ່ງຮີບຮ້ອນ ນໍາພາການເຄື່ອນໄຫວວຽກງານພາຍໃນຂົງເຂດ ທີ່ຕົນຮັບຜິດຊອບໃຫ້ດໍາເນີນໄປເປັນປົກກະຕິ; ສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການຂອງລັດ ເພື່ອນໍາພາ-ຊີ້ນໍາ ໂດຍສະເພາະແມ່ນນໍາພາໃນການ ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ; ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ, ພ້ອມທັງສືບຕໍ່ຄົ້ນຄວ້າກໍາແໜ້ນບັນດາແນວທາງ, ນະໂຍບາຍຂອງພັກວາງອອກ ໂດຍສະເພາະມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ໂດຍສະເພາະ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ, ແຜນພັດທະນາວຽກງານ ຖວທ 5 ປີ ( 2021-2025 ); ຄົ້ນຄວ້າຖອດຖອນບົດຮຽນ ອັນໃດຄວນຍູ້ແຮງສົ່ງເສີມຕື່ມ, ຄວນແກ້ໄຂອັນໃດ?; ຕ້ອງເອົາ ໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນຂະແໜງ ຖວທ ກໍຄື ກົມ, ກອງທີ່ຕົນຮັບຜິດຊອບ; ລົງເລິກຊອກ ຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການແກ້ ໄຂບັນດາຂໍ້ຄົງຄ້າງທີ່ ຍັງບໍ່ສາມາດປະຕິບັດໄດ້ ຕ້ອງເອກະພາບສູງ ແລະ ໄປລວງດຽວກັບທິດທີ່ກະຊວງວາງອອກ, ບໍ່ລັ່ງເລທໍ້ຖອຍ, ຕ້ອງເດັດດ່ຽວເຮັດແທ້ທຳຈິງ, ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງ ຢ່າງແຂງແຮງ.