ມວນອາກາດໜາວເຢັນໄດ້ອ່ອນກໍາລັງລົງຍັງຈະປົກຄຸມຢູທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງເໜືອພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ສະພາບອາກາດຈະຄ່ອຍອຸ່ນຂືື້ນໃນແຕ່ລະພາກ ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນໂດຍສະເພາະຢູເຂດພູສູງ, ພູດອຍ ແລະ ຮ່ອມພູ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ.