Home ຂ່າວໜ້າໜຶ່ງ ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບ ລັດຖະມົນຕີປ້ອງກັນປະເທດ ກຳປູເຈຍ ເຂົ້າຢ້ຽມຂໍ່ານັບ

ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບ ລັດຖະມົນຕີປ້ອງກັນປະເທດ ກຳປູເຈຍ ເຂົ້າຢ້ຽມຂໍ່ານັບ

0

ວັນທີ 14 ຕຸລາ 2025, ທີ່ຫ້ອງວ່າການສູນກາງພັກ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ລະຫວ່າງວັນທີ 13-16 ຕຸລາ 2025.

ເລຂາທິການໃຫຍ່, ທ່ານ ປະທານປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດລາວ ຂອງພົນເອກ ເຕຍ ໄຊຫາ ພ້ອມດ້ວຍຄະນະໃນຄັ້ງນີ້. ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອມາແລ້ວ ໃຫ້ເລິກເຊິ່ງກວ້າງຂວາງກວ່າເກົ່າ, ເປັນການເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງທັບ ລາວ-ກຳປູເຈຍ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແລະ ມີຄວາມສັດຊື່ຕໍ່ກັນຕະຫຼອດມາ. ຍາມໃດ ລາວ ແລະ ກຳປູເຈຍ ແມ່ນໄດ້ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດ. ໄລຍະຜ່ານມາ, ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ກຳປູເຈຍ ແມ່ນໄດ້ຮັບການພັດທະນາຢ່າງຕັ້ງໜ້າ ແລະ ມີຄວາມເຂັ້ມແຂງທັນສະໄໝຂຶ້ນເລື້ອຍໆ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ ເລຂາທິການໃຫຍ່, ປະທານປະເທດທີ່ໄດ້ຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ລາວ-ກຳປູເຈຍ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version