Home ຂ່າວໜ້າໜຶ່ງ ຂະແໜງກະສິກຳ-ປ່າໄມ້ ຕ້ອງສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ສະໜອງພາຍໃນ ແລະ ສົ່ງອອກ

ຂະແໜງກະສິກຳ-ປ່າໄມ້ ຕ້ອງສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ສະໜອງພາຍໃນ ແລະ ສົ່ງອອກ

0

ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບວຽກງານ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 31 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງໃຫ້ພາຍໃນໃຫ້ພຽງພໍ ແລະ ສົ່ງອອກ ໂດຍເລັ່ງຊຸກຍູ້ສົ່ງເສີມສິນຄ້າກະສິກຳ-ລ້ຽງສັດ ທີ່ໄດ້ມີສັນຍາກັບປະເທດຄູ່ການຄ້າແລ້ວ, ພ້ອມທັງສຸມໃສ່ປັບປຸງມາດຕະຖານ ແລະ ຄຸນນະພາບສິນຄ້າກະສິກໍາ, ລວມທັງ ແນວພັນພືດ, ແນວພັນສັດ ໃຫ້ມີຄຸນນະພາບ, ມີປະລິມານພຽງພໍ ແລະ ໃຫ້ສຸມໃສ່ຂະຫຍາຍໂຮງງານຫົວອາຫານສັດ, ໂຮງງານຜະລິດຝຸ່ນປຸ໋ຍ, ປັບປຸງເຕັກນິກ ແລະ ເຄື່ອງມື-ກົນຈັກການຜະລິດ ໃຫ້ພຽງພໍ ແລະ ມີຄຸນນະພາບ ເຊິ່ງໃນຕໍ່ໜ້າພະນັກງານກະສິກຳເມືອງ ຕ້ອງໄດ້ແນະນໍາປະຊາຊົນຜະລິດຕົວຈິງ ແລະ ໃຫ້ຮີບຮ້ອນກຳນົດບັນຊີລາຍການສິນຄ້າກະສິກໍາ ທີ່ຈະຜະລິດ ເພື່ອທົດແທນການນໍາເຂົ້າ, ຫລຸດຜ່ອນການໄຫລອອກຂອງເງິນຕາ.

ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະເໜີໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ເຊິ່ງຖືວ່າເປັນແຜນບຸກບືນສູ້ຊົນສູງສຸດ, ສູ້ຊົນປະຕິບັດບັນດາຄາດໝາຍໃຫຍ່ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ບັນລຸຕາມແຜນກຳນົດໄວ້; ສຸມໃສ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານການຜະລິດ ແລະ ເຕັກນິກ ເປັນຕົ້ນ ໂຮງອົບ, ໂຮງຄັດເມັດ, ລານຕາກ, ຫ້ອງວິໄຈ ໂດຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການເອກະຊົນມີສ່ວນຮ່ວມ ໃຫ້ແຂງແຮງກວ່າເກົ່າ; ສຸມໃສ່ຈັດສັນເນື້ອທີ່ການຜະລິດກະສິກໍາໃຫ້ລະອຽດ ແລະ ຊັດເຈນ ໂດຍອີງໃສ່ເງື່ອນໄຂດ້ານທຳມະຊາດ ແລະ ທ່າແຮງຂອງແຕ່ລະເຂດ, ທັງໃຫ້ມີມາດຕະການຄຸ້ມຄອງເນື້ອທີ່ການຜະລິດກະສິກຳ ແລະ ລະບົບຊົນລະປະ ທານ ໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາເນື້ອທີ່ປ່າໄມ້ເຂດ 3 ປະເພດປ່າ ໂດຍໃຫ້ເລັ່ງສໍາຫລວດ ແລະ ກໍານົດຂອບເຂດປ່າຄືນໃໝ່ ໃຫ້ຊັດເຈນ ແລະ ແທດກັບຕົວຈິງ; ໃຫ້ຊຸກຍູ້ສົ່ງເສີມພາກເອກະຊົນລົງ ທຶນປູກ ແລະ ຟື້ນຟູປ່າໄມ້ ດ້ວຍຮູບແບບຫັນເປັນໂຄງການສິນເຊື່ອກາກບອນ, ຮູບແບບຕິດພັນກັບການທ່ອງທ່ຽວທຳມະຊາດ ໂດຍໃຫ້ຄົ້ນຄວ້າຄືນ ນະໂຍບາຍການເກັບຄ່າສໍາປະທານໃນກິດຈະກຳທີ່ລັດສົ່ງເສີມ; ຊຸກຍູ້ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການລົງທຶນຂອງພາກເອກະຊົນ ເພື່ອສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ປະຊາຊົນກັບທີ່; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ໂຄງການທຶນຊ່ວຍເຫລືອທາງການ ເພື່ອພັດທະນາສຳເລັດຕາມແຜນກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫລາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງແຂງແຮງ, ມີປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທົ່ວຂະແໜງ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ສາມາດປະຕິບັດໄດ້ໃນປີຜ່ານມາ, ພ້ອມທັງ ຍົກໃຫ້ເຫັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ໃນການແກ້ໄຂບັນຫາ ຄວາມຫຍຸ້ງຍາກໃນຊຸມປີຜ່ານມາ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ບັນຫາແຮງງານ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ຍົກໃຫ້ເຫັນສະພາບການພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ, ບັນດາວຽກງານ ແລະ ເຫດການສໍາຄັນ ໃນປີ 2025 ເປັນຕົ້ນ ການກະກຽມ ແລະ ສະເຫລີມສະຫລອງ 3 ວັນປະຫວັດສາດຂອງຊາດ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ອື່ນໆ.

ໃນກອງປະຊຸມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ເປັນເອກະພາບຕໍ່ບົດສະຫລຸບຕີລາຄາການຈັດ ຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີຜ່ານມາ ໂດຍສະເພາະ ຜົນສຳເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ວິທີແກ້ໄຂ ເພື່ອເປັນພື້ນຖານແກ່ການຈັດຕັ້ງປະຕິບັດວຽກງານ ທີ່ກຳນົດໄວ້ໃນທິດທາງແຜນການ ປີ 2025 ໃຫ້ບັນລຸຄາດໝາຍ ແລະ ມີຜົນສໍາເລັດຫລາຍຂຶ້ນກວ່າເກົ່າ; ໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນ ຈາກບັນດາກົມວິຊາການ ຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ລວມທັງໝົດ 13 ຫົວຂໍ້ ເປັນຕົ້ນ ລາຍງານຂະບວນການສົ່ງເສີມການຜະລິດ, ການຄຸ້ມຄອງການສົ່ງອອກ-ນໍາເຂົ້າສິນຄ້າກະສິກໍາ ຢູ່ບັນດາດ່ານ, ນະໂຍບາຍສົ່ງເສີມການຜະລິດກະສິກໍາ-ປ່າໄມ້, ການອຳນວຍຄວາມສະດວກການເຂົ້າເຖິງສິນເຊື່ອດອກເບ້ຍທີ່ເໝາະສົມ ຂອງສະຫະກອນ, ກຸ່ມຜະລິດ ແລະ ຜູ້ປະກອບການຂະໜາດນ້ອຍ ແລະ ກາງ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ສະເໜີໃຫ້ຊາບ ກ່ຽວກັບບັນດາເນື້ອໃນສໍາຄັນ ທີ່ກອງປະຊຸມໄດ້ຕົກລົງຮ່ວມກັນ ແລະ ຈະຕ້ອງພ້ອມກັນໄດ້ສຸມໃສ່ປະຕິບັດໃນປີ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version