Home ຂ່າວໜ້າໜຶ່ງ ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

0

ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນອັນດີງາມລະຫວ່າງ ສອງຊາດ ກໍຄືສອງກອງທັບລາວ-ກຳປູເຈຍ, ກຳປູເຈຍ-ລາວ ເຖິງວ່າສະພາບການຜັນແປຂອງໂລກຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມໃນໄລຍະຜ່ານມາ ສອງກອງທັບຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ກຳປູເຈຍ, ກໍາປູເຈຍ-ລາວ, ການໄປມາ-ຫາສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ສອງຝ່າຍ ຍັງໄດ້ຕີລາຄາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕໍ່ສະພາບການພັດທະນາຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລືເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກກຳປູເຈຍ, ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ, ສິລະປະວັດທະນະທຳ ແລະ ກິລາ, ສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີທີ່ມ້າງເພທຳລາຍສາຍພົວພັນອັນດີງາມລະຫວ່າງສອງຊາດລາວ-ກຳປູເຈຍ, ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການກໍ່ອາຊະຍາກຳຕ່າງໆທີ່ຜິດກົດໝາຍ. ສອງຝ່າຍເຫັນດີສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທໍາ, ການຕ້ານໄພພິ ບັດທາງທຳມະຊາດ, ແລກປ່ຽນການຝຶກຊ້ອມໄພພິບັດ 3 ກອງທັບກຳປູເຈຍ-ລາວ-ຫວຽດນາມ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.

ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ພົນເອກ ເຕຍ ໄຊຫາ ພ້ອມດ້ວຍຄະນະຈະໄດ້ເຂົ້າຮ່ວມຮັບຊົມການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການກອງທັບ (ນ້ຳຫຸມ), ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ພ້ອມນັ້ນ, ຍັງໄດ້ຢ້ຽມຢາມວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຕື່ມອີກ.

ຂ່າວ: ບຸນຊ້ອຍ ວິໄລພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version