Home ຂ່າວໜ້າໜຶ່ງ ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 3226 ກັນຍາ 2024, ທີ່ ນະຄອນຫຼວງວຽງຈັນ

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 3226 ກັນຍາ 2024, ທີ່ ນະຄອນຫຼວງວຽງຈັນ

0

ໃນຕອນເຊົ້າຂອງ ວັນທີ 26 ກັນຍາ 2024 ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ​ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສປປ ລາວ, ທັງເປັນປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທຳນະທຳ-ສັງຄົມອາຊຽນ ປີ 2024.
ໃນພິທີເປີດກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທໍາ-ສັງຄົມອາຊຽນ, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ແລະ ຜູ້ແທນກອງປະຊຸມ ຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ປະເທດຕີມໍແລສ໌ເຕ, ທ່ານຮອງເລຂາທິການໃຫຍ່ອາຊຽນ ຜູ້ຊີ້ນໍາວຽກງານເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ, ບັນດາທູຕານຸທູດ ແລະ ບັນດາແຂກທີ່ໄດ້ຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະຂະແໜງການພາຍໃຕ້ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ຂອງ ສປປ ລາວ.
ໃນພິທີເປີດ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ມາຍັງບັນດາຜູ້ແທນກອງປະຊຸມທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງທຸກພາກສ່ວນ ໂດຍສະເພາະບັນດາເຈົ້າໜ້າທີ່ອາວຸໂສເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະ ກອງເລຂາອາຊຽນ ໃນການເປັນເຈົ້າການກະກຽມຮອບດ້ານທັງດ້ານເນື້ອໃນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ບັນດາກອງປະຊຸມທີ່ກ່ຽວຂ້ອງຕ່າງໆ ທີ່ປິ່ນອ້ອມ ລວມທັງກອງປະຊຸມສະພາປະຊາຄົມ-ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ຜ່ານມາທີ່ ສປປ ລາວ ເປັນເຈົ້າພາບບັນລຸດ້ວຍຜົນສໍາເລັດຢ່າງຈົບງາມ. ທ່ານ ນ. ສວນສະຫວັນ ວິຍະເກດ ໄດ້ຖືໂອກາດນີ້ ຕາງໜ້າໃຫ້ ສປປ ລາວ ສະແດງຄວາມເສຍໃຈ ແລະ ເຫັນອົກເຫັນໃຈມາຍັງບາງປະເທດສະມາຊິກອາຊຽນ ໂດຍສະເພາະຕໍ່ຄອບຄົວ ແລະ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດທາງທຳມະຊາດ ພະຍຸໄຕ້ຝຸ່ນຢາກິ ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນອາຊຽນ ແລະ ຂໍໃຫ້ອາຊຽນພ້ອມກັນສູ້ຊົນຜ່ານຜ່າວິກິດການຄັ້ງນີ້ໄປດ້ວຍດີ ເພື່ອກັບຄືນສູ່ສະພາບປົກກະຕິໂດຍໄວ.


ໃນໂອກາດດຽວກັນນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ໃຫ້ຮູ້ວ່າ ອາຊຽນ ພວມຢູ່ໃນຂັ້ນຕອນການປະເມີນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ ກໍາລັງສຸມໃສ່ການພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ເຊິ່ງເຫັນວ່າມີຄວາມຄືບໜ້າໄປຕາມແຜນທີ່ກໍານົດໄວ້ຢ່າງໜ້າເພິ່ງພໍໃຈ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ແຜນດັ່ງກ່າວນັ້ນຈະປະກອບສ່ວນຢ່າງສໍາຄັນຕໍ່ການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ເອກະສານສຳຄັນກ່ຽວຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາຕາມຄາດໝາຍທີ່ວາງໄວ້. ສະນັ້ນ, ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ນີ້ ເປັນອີກບັ້ນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ພິຈາລະນາບັນດາເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອຄວາມເປັນເອກະພາບກັນ ລວມທັງ ບົດລາຍງານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນຄັ້ງນີ້ ກ່ອນ ນໍາສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ຈະຈັດຂື້ນໃນຕົ້ນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

​ ບົນພື້ນຖານການຮັບຮອງບັນດາເອກະສານດັ່ງກ່າວນັ້ນ, ອາຊຽນຈະມີນິຕິກຳທີ່ເປັນບ່ອນອີງທີ່ສໍາຄັນເພີ່ມຕື່ມ ທີ່ມີລັກສະນະຍຸດທະສາດໃຫ້ແກ່ອາຊຽນ ໂດຍສະເພາະບັນດາຂະແໜງການພາຍໃຕ້ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ເພື່ອພ້ອມກັນພິຈາລະນາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂະແໜງການຂອງຕົນໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງປະຊາຊົນອາຊຽນໃນອະນາຄົດ ກໍ່ຄືການສ້າງປະຊາຄົມອາຊຽນໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍການໂຄສະນາສົ່ງເສີມວັດທະນະທໍາທີ່ຫຼາກຫຼາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບປະກັນແຮງງານເຄື່ອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version