Home ຂ່າວໜ້າໜຶ່ງ ບົດຖະແຫຼງຂ່າວຜົນ ກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ບົດຖະແຫຼງຂ່າວຜົນ ກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

0

ວັນທີ 26 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ

ສະບາຍດີ,
ບັນດາສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ ທີ່ຮັກແພງ,
ຂ້າພະເຈົ້າ ຂໍສະແດງຄວາມຕ້ອນຮັບອັນອົບອຸ່ນ ມາຍັງບັນດາສື່ມວນຊົນທີ່ເຂົ້າຮ່ວມພິທີຖະແຫຼງຂ່າວຜົນກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ 26 ກັນຍາ 2024.
ສປປ ລາວ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ປະທານອາຊຽນ ປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ພວກເຮົາ ເຊື່ອວ່າ ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ສະທ້ອນໃຫ້ເຫັນສະພາບການປັດຈຸບັນ ໃນພາກພື້ນ ແລະ ນອກພາກພື້ນ ແລະ ຄວາມພະຍາຍາມຂອງອາຊຽນ ໃນການຮັບມືຕໍ່ສະພາບການດັ່ງກ່າວ. ເພື່ອຜັນຂະຫຍາຍຄຳຂວັນດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ສປປ ລາວ ຈຶ່ງໄດ້ກຳນົດ 9 ຂົງເຂດບູລິມະສິດ ໃນສາມເສົາຄໍ້າຂອງອາຊຽນ, ສຳລັບເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ພວກເຮົາມີ 4 ຂົງເຂດບູລິມະສິດ ຄື:
1.) ການເສີມຂະຫຍາຍບົດບາດຂອງສິລະປະ ແລະ ວັດທະນະທຳ ພາຍໃນພາກພື້ນ ລວມເຖິງການເສີມສ້າງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ ແລະ ຊຸກຍູ້ໃຫ້ມີການເຕີບໂຕຂອງບັນດາວິສາຫະກິດດ້ານວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຕາມທິດເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ;
2.) ການປົກປັກຮັກສາສິ່ງແວດລ້ອມ, ສຸມໃສ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ການສົ່ງເສີມໃຫ້ບັນດາຕົວເມືອງມີຄວາມຍືນຍົງດ້ານສິ່ງແວດລ້ອມ, ແລະ ການຜະລິດ ແລະ ຊົມໃຊ້ແບບຍືນຍົງ;
3.) ການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ; ແລະ 4.) ການສ້າງຄວາມເຂັ້ມແຂງດ້ານ​ໂຄງລ່າງພື້ນຖານ​ສາທາລະນະສຸກ ແລະ ສຸຂະພາບ.


ພວກເຮົາຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ທີ່ໄດ້ສະໜັບສະໜູນການເປັນປະທານອາຊຽນຂອງພວກເຮົາໃນປີນີ້ ລວມທັງສະໜັບສະໜູນຄໍາຂວັນ ແລະ ການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດຂ້າງເທິງ. ສຳລັບເນື້ອໃນລະອຽດຂອງບັນດາຂົງເຂດບູລິມະສິດດັ່ງກ່າວ ທ່ານສາມາດເບິ່ງໄດ້ເພີ່ມຕື່ມຢູ່ໃນເວັບໄຊການເປັນປະທານອາຊຽນ ຂອງ ສປປ ລາວ.​
ຕໍ່ໄປ, ຂ້າພະເຈົ້າ ຂໍແຈ້ງໂດຍສັງເຂບ ກ່ຽວກັບ ຜົນກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຊຶ່ງໄດ້ຈັດຂຶ້ນ ໃນຕອນເຊົ້າຜ່ານມາ.
ພວກເຮົາໄດ້ມີການປຶກສາຫາລືແບບກົງໄປກົງມາ ໃນຫຼາຍຫົວຂໍ້ຢ່າງຮອບດ້ານ ແລະ ໄດ້ຮັບໝາກຜົນສູງ.​
ເນື້ອໃນສຳຄັນຂອງຜົນກອງປະຊຸມມີດັ່ງນີ້:
ພວກເຮົາ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 9 ບູລິມະສິດ ຂອງປະທານອາຊຽນ ປີ 2024.
ພວກເຮົາ ມີຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະ ນະທຳ-ສັງຄົມອາຊຽນ 2025 ແລະ ການຮ່າງແຜນຍຸດທະສາດເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ຊຶ່ງຈະຖືກຮັບຮອງເອົາໃນປີ ໜ້າ.
ພວກເຮົາ ໄດ້ຮັບຮອງຖະແຫຼງການ ແລະ ເອກະສານ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພິຈາລະນາ ຮັບຮອງ ຫຼື ຮັບຊາບ ເຊັ່ນ:
ຖະແຫຼງການວັງວຽງ ວ່າດ້ວຍ ການສົ່ງເສີມຜະລິດຕະພັນວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ
ຖະແຫຼງການວຽງຈັນ ວ່າດ້ວຍ ຄວາມສະເໝີພາບ, ການເຂົ້າເຖິງ ແລະ ສິ່ງແວດລ້ອມ: ຄວາມກ້າວໜ້າໃນການສ້າງຄວາມເຂັ້ມແຂງຕໍ່ສະພາບອາກາດຕັ້ງແຕ່ໄວເດັກໃນອາຊຽນ
ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 29
ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ຊີວະນາໆພັນ ຕໍ່ກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍ ຄວາມຫຼາກຫຼາຍດ້ານຊີວະນາໆພັນ ຄັ້ງທີ 16
ຖະແຫຼງການອາຊຽນ ວ່າດ້ວຍ ເສດຖະກິດໝູນວຽນເພື່ອແກ້ໄຂບັນຫາມົນລະພິດດ້ານປລາສຕິກ
ຖະແຫຼງການອາຊຽນ ວ່າດ້ວຍ ການສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ຍືນຍົງ ຫຼັງປີ 2025
ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ແລະ ຄວາມຫມັ້ນຄົງທາງດ້ານຊີວະພາບ ໃນລະດັບພາກພື້ນ
ຖະແຫຼງການວຽງຈັນ ວ່າດ້ວຍ ການເຄື່ອນຍ້າຍ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານເຄື່ອນຍ້າຍ
ຖະແຫຼງການອາຊຽນ ວ່າດ້ວຍ ການປ້ອງກັນການໃຊ້ແຮງງານເດັກ ລວມທັງການລຶບລ້າງການນຳໃຊ້ແຮງງານເດັກໃນທຸກຮູບແບບທີ່ຮ້າຍແຮງ ແລະ ອື່ນໆ


ສຳລັບລາຍລະອຽດເພີ່ມເຕີມຂອງຜົນກອງປະຊຸມຄັ້ງນີ້ ທ່ານສາມາດເບິ່ງໄດ້ຢູ່ໃນຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຊຶ່ງຖືກຮັບຮອງ ແລະ ພວກເຮົາຈະໄດ້ເຜີຍແຜ່ຕໍ່ສາທາລະນະໃນໄວໄວນີ້.

ສື່ມວນຊົນ ທີ່ຮັກແພງ,
ທ່ານ ຍິງ ແລະ ທ່ານ ຊາຍ,

ໝາກຜົນຂອງກອງປະຊຸມລັດຖະມົນຕີສະພາວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32 ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ ທີ່ ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈອີກເທື່ອໜຶ່ງມາຍັງ ບັນດາລັດຖະມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ແລະ ຫົວໜ້າຄະນະຜູ້ແທນ ຕໍ່ ການຮ່ວມມືອັນດີເລີດ, ການປະກອບສ່ວນທີ່ຫ້າວຫັນ ແລະ ການປຶກສາຫາລືທີ່ສ້າງສັນ, ຊຶ່ງໄດ້ເຮັດໃຫ້ກອງປະຊຸມລັດຖະ ມົນຕີສະພາວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານຕໍ່ກັບການສະໜັບສະໜູນການເປັນປະທານອາຊຽນຂອງພວກເຮົາ ໃນປີນີ້.
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນພິເສດມາຍັງບັນດາສື່ມວນຊົນທຸກທ່ານ ໃນການປະກອບ ສ່ວນເກັບກໍາຂ່າວສານຂອງບັນດາກອງປະຊຸມ ແລະ ໂຄສະນາເຜີຍແຜ່ ສປປ ລາວ ກໍຄື ປີທ່ອງທ່ຽວລາວ 2024. ຂ້າພະເຈົ້າ ຫວັງວ່າ ພວກທ່ານຈະມີຄວາມເບີກບານມ່ວນຊື່ນໃນໄລຍະທີ່ຢູ່ ນະຄອນຫຼວງວຽງຈັນ ແລະ ຂໍເຊີນຊວນທຸກທ່ານຊອກເວລາໄປທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວຕ່າງໆທັງໃນຕົວເມືອງ ກໍຄື ແຂວງອື່ນໆຂອງລາວ.


NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version