Home ຂ່າວການເມືອງ ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ

0

ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 9 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 28-31 ສິງຫາ ຜ່ານມາ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ທີ່ ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂດ໋ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ກອງປະຊຸມຍັງມີ ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ພ້ອມດ້ວຍຄະນະກົມ ແລະ ວິຊາການກ່ຽວຂ້ອງຈາກສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ, ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ຊຶ່ງໃນນັ້ນມີການປະກອບສ່ວນອັນສໍາຄັນ ຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງ ບັນດາກະຊວງ ຂະແໜງການ ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາການຕົກລົງສອງຝ່າຍ ທີ່ມີຮ່ວມກັນ ໃຫ້ປະກົດຜົນເປັນຈິງ ເປັນກ້າວໆ.

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການຮ່ວມມືໃນດ້ານຕ່າງໆນັບມື້ນັບແໜ້ນແຟ້ນ, ທັງຍັງຮ່ວມກັນປຶກສາຫາລື ເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍນັບມື້ມີຄວາມແໜ້ນແຟ້ນ ແລະ ມີປະສິດທີ່ຜົນຍິ່ງຂຶ້ນ ບໍ່ວ່າຈະແມ່ນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງ ທ່ຽວ ແລະ ອື່ນໆ. ມາຮອດປັດຈຸບັນການລົງທຶນ ຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມີມູນຄ່າທຶນຈົດທະບຽນທັງໝົດປະມານ 5 ຕື້ໂດລາ, ຈັດຢູ່ໃນອັນດັບທີ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ. ພ້ອມນີ້, ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສອງປະເທດ ໃນການຊຸກຍູ້ບັນດາໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດ ກໍຄື ບັນດາໂຄງການທີ່ຈະນຳເອົາຜົນປະໂຫຍດທາງດ້ານເສດຖະກິດໃຫ້ຫຼາຍຂຶ້ນ. ກອງປະຊຸມ ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ບັນດາແຜນວຽກແຕ່ນີ້ຮອດທ້າຍປີ 2024 ນີ້ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ເຖິງຜົນສໍາເລັດໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນໄລຍະ 8 ເດືອນຜ່ານມາ, ລວມເຖິງຄວາມພ້ອມໃນການສືບຕໍ່ເປັນເຈົ້າພາບຈັດກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ສະເພາະການຮ່ວມມືຂອງສອງກະຊວງການຕ່າງປະເທດເອງ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ກົນໄກກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ລະຫວ່າງສອງກະຊວງ ບໍ່ວ່າຂັ້ນຮອງລັດຖະມົນຕີ ກໍຄື ຂັ້ນລັດຖະມົນຕີ ທີ່ເປັນກົນໄກທີ່ມີຄວາມສໍາຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງຂະ ແໜງການຕ່າງປະເທດຂອງສອງປະເທດ ໃນຖານະເປັນເສນາທິການດ້ານການຕ່າງປະເທດ ໃຫ້ແກ່ພັກ-ລັດຖະບານ. ພ້ອມກັນນັ້ນ, ສອງກະຊວງ ກໍໄດ້ມີການແລກປ່ຽນຄະນະວິຊາການຮ່ວມກັນ ຈໍານວນໜຶ່ງ ເປັນຕົ້ນ: ລະຫວ່າງຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ສອງກົມເສດຖະກິດ ກ່ຽວກັບວຽກງານການທູດເສດຖະກິດ, ສອງສະຖາບັນການຕ່າງປະເທດ, ລວມເຖິງຄະນະສະຫະພັນແມ່ຍິງຂອງສອງກະຊວງ ກໍມີກົນໄກການແລກປ່ຽນຢ້ຽມຢາມ ຊຶ່ງກັນ ແລະ ກັນ. ສອງຝ່າຍ ຍັງຮ່ວມກັນວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ໂດຍເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງບົດບາດຂອງສອງກະຊວງການຕ່າງປະເທດ ເພື່ອແນໃສ່ຍົກສູງກົນໄກການຮ່ວມມື ລະ ຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ, ໃນການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມການພົວພັນສອງປະເທດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ໂດຍສະເພາະຮ່ວມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງໄລຍະ 2021-2025 ກໍຄື ແຜນປະຕິບັດງານການຮ່ວມມືດ້ານການທູດເສດຖະກິດ 2020-2025, ຮ່ວມມືກັນໃກ້ຊິດຍິ່ງຂຶ້ນ ໃນການແລກປ່ຽນບົດຮຽນ ຂໍ້ມູນຂ່າວສານຕ່າງໆ. ສອງຝ່າຍ ຍັງເຫັນດີຈະສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ, ວຽກງານກົງສຸນ, ວຽກງານການຂ່າວ, ການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.

ໃນຕອນທ້າຍ, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຖືໂອກາດນີ້ ອວຍພອນບັນດາສະຫາຍຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ (2 ກັນຍາ 1945-2 ກັນຍາ 2024), ວັນການທູດຫວຽດນາມ ຄົບຮອບ 79 ປີ (28 ສິງຫາ 1945 – 28 ສິງຫາ 2024) ກໍຄືໂອກາດວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ຫວຽດນາມ ຄົບຮອບ 62 ປີ ທີ່ໃກ້ຈະມາເຖິງນີ້ (5 ກັນຍາ 1962 – 5 ກັນຍາ 2024), ສອງຝ່າຍຕ່າງກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ໃນວັນດຽວກັນ, ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ບຸ່ຍ ແທງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ນອກຈາກນັ້ນ, ໃນການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ສອງສະຫາຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມເຮັດວຽກຢູ່ ນະຄອນດານັງ ຊຶ່ງໄດ້ຮັບການຕ້ອນຮັບຈາກ ສະຫາຍ ເຈິ່ນ ຈີ້ ເກືອງ ຮອງປະທານຄະນະກຳມະການປະຊາຊົນນະຄອນດານັງ. ພິເສດ, ສະຫາຍ ໂພໄຊ ໄຂຄຳພິທູນ ພ້ອມດ້ວຍຄະນະຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ໂອ້ລົມພະນັກງານສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນດານັງ ຕື່ມອີກດ້ວຍ.

(ຂ່າວ-ພາບ: ກຕທ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version