Home ຂ່າວໜ້າໜຶ່ງ ກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ

0

ໃນວັນທີ 3 ກັນຍາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ໄດ້ມີກອງປະຊຸມພົບປະແລກປ່ຽນລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຝ່າຍລາວນຳໂດຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ຝ່າຍກຳປູເຈຍນຳໂດຍ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສ ປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ.

ໃນກອງປະຊຸມ, ທ່ານ ຄຳພັນ ພົມມະທັດ ໄດ້ໃຫ້ກຽດສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບອົງການກວດກາແຫ່ງລັດ ສປປ ລາວ ພ້ອມນີ້ທ່ານຍັງໄດ້ກ່າວຕື່ມອີກວ່າການພົບປະແລກປ່ຽນລະຫວ່າງສອງອົງການໃນຄັ້ງນີ້ ບໍ່ສະເພາະແຕ່ເປັນການຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍທີ່ໄດ້ເຊັນຮ່ວມກັນ, ແຕ່ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍ ກໍຄື ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຂອງສອງປະເທດ ນັບມື້ສູງຂຶ້ນ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງກາ ພວກເຮົາເລິກເຊິ່ງເຂັ້ມແຂງຕະຫຼອດໄປ.

ໂອກາດນີ້, ທ່ານ ອອມ ເຢິນຕຽງ ກໍໄດ້ກ່າວຄຳຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ອົບອຸ່ນ ແລະ ຈິງໃຈ ຂອງອົງການກວດກາແຫ່ງລັດ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້ ພ້ອມທັງແຈ້ງສະພາບໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ.

ຈາກນັ້ນ, ທ່ານ ຄຳພັນ ພົມມະທັດ ກໍໄດ້ສະເໜີສະພາບລວມຂອງ ສປປ ລາວ ແລະ ການເຄື່ອນໄຫວວຽກງານກວດກາລັດ ແລະຕ້ານການສໍ້ລາດບັງຫຼວງ ສປປ ລາວ ຊຶ່ງໄດ້ສຸມໃສ່ດໍາເນີນການຕິດຕາມ ການຄຸ້ມຄອງບໍລິຫານລັດ ແຕ່ລະຂັ້ນເປັນລະບົບ ແລະ ແຂງແຮງສົມຄວນ ເປັນຕົ້ນກວດກາບັນດາໂຄງການລົງທຶນຂອງລັດ ຊຶ່ງໃນໄລຍະຜ່ານມາມັນເປັນໜຶ່ງໃນບັນຫາໃຫຍ່ທີ່ພາໃຫ້ເກີດຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນປັດຈຸບັນ, ພ້ອມນັ້ນ ກໍກວດກາການປະຕິບັດກົດໝາຍ, ລະບຽບການໃນການຄຸ້ມຄອງການຂຸດຄົ້ນຊັບພະຍາກອນ, ການຈັດຊື້ຈັດຈ້າງ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ. ຜ່ານການຕິດຕາມ ກວດກາ ເຫັນໄດ້ຄວາມຮັບຜິດຊອບ ຂອງບຸກຄົນ, ການຈັດຕັ້ງ ແລະ ໄດ້ນໍາສະເໜີ ໃຫ້ມີການປັບປຸງແກ້ໄຂ ຕາມແຕ່ລະບັນຫາ, ແຕ່ລະກໍລະນີ ທີ່ເກີດຂຶ້ນ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້ ບົນພື້ນຖານນັ້ນໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ ຕໍ່ເຈົ້າໜ້າທີ່ລັດ ແລະ ບຸກຄົນກ່ຽວຂ້ອງກັບຄະດີສໍ້ລາດບັງຫຼວງ ເພີ່ມຂຶ້ນຫຼາຍ, ສະເພາະແຕ່ຕົ້ນປີມານີ້ ໄດ້ດໍາເນີນການສືບສວນຕໍ່ເຈົ້າໜ້າທີ່ລັດທຸກລະດັບ 209 ຄົນ, ປະຕິບັດວິໄນທາງບໍລິຫານ 112 ຄົນ, ນອກນີ້ຍັງໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳຂອງສະພາແຫ່ງຊາດ (1 ສະບັບ), ນິຕິກຳຂອງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ 11 ສະບັບ, ໄດ້ຄົ້ນຄວ້າປັບປຸງດໍາລັດ 159 ວ່າດ້ວຍການແຈ້ງຊັບສິນຂອງພະນັກງານ-ລັດຖະກອນ ແລະອື່ນໆ, ສຳລັບວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີນັບປີ 2023 ເຖິງປັດຈຸບັນ ອົງການກວດກາແຫ່ງລັດໄດ້ຮັບຄໍາຮ້ອງ ແລະ ຄໍາສະເໜີ 1.179 ສະບັບ, ຄໍາຮ້ອງຕົກຄ້າງແຕ່ປີ 2022 ທັງໝົດ 65 ສະບັບ, ລວມຄຳຮ້ອງທັງໝົດ 1.244 ສະບັບ, ໃນນີ້ຄົ້ນຄວ້າພິຈາລະນາແລ້ວ 485 ສະບັບ, ສ່ວນຍັງເຫຼືອສືບຕໍ່ແກ້ໄຂຕໍ່ໄປ, ຄໍາຮ້ອງ-ຄໍາສະເໜີ ທີ່ພົ້ນເດັ່ນກວ່າໝູ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ເຮືອນ, ການດຳເນີນທຸລະກິດ, ຄວາມບໍ່ພໍໃຈຕໍ່ຂະບວນການສືບສວນ -ສອບສວນ ຫຼື ຕໍ່ການປະຕິບັດຄໍາຕັດສິນຂອງສານ, ການລົງວິໄນຕໍ່ພະນັກງານ-ສະມາຊິກພັກ ແລະ ບັນຫາອື່ນໆ.

ພ້ອມນີ້, ຫົວໜ້າຄະນະທັງສອງຝ່າຍກໍໍໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໂດຍສະເພາະແມ່ນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆຕໍ່ການເຄື່ອນໄຫວວຽກວຽກງານຕິດຕາມກວດກາລັດ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ການໂຄສະນາບິດເບືອນຜ່ານສື່ສັງຄົມອອນລາຍ.

ຂ່າວ-ພາບ: ຕຸ່ນາ ເລົ່າຖາວອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version