Home ຂ່າວການເມືອງ ຫວນຄືນປະຫວັດຄວາມເປັນມາແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຕະຫຼອດໄລຍະ 50 ປີ

ຫວນຄືນປະຫວັດຄວາມເປັນມາແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຕະຫຼອດໄລຍະ 50 ປີ

0

ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະພາແຫ່ງຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ເປັນກຽດປາຖະກະຖາ ໂດຍ ທ່ານ ຈະເລີນ ເຍ່ຍປາວເຮີ່ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມ ມີ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີການນຳ ອາດີດການນຳ ພ້ອມດ້ວຍສະມາຊິກພັກ-ພະນັກງານຈາກບັນດາກະຊວງ-ອົງການ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ໃນວັນທີ 8 ທັນວາ 2025.

ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຫວນຄືນເຫດການປະຫວັດສາດທີ່ສຳຄັນຂອງຊາດລາວ ໃນແຕ່ລະໄລຍະໂດຍຫຍໍ້ ເປັນຕົ້ນ: ຂະບວນການຕໍ່ສູ້ຕ້ານສັດຕູ້ຜູ້ຮຸກຮານກ່ອນປະເທດຊາດຈະມີພັກນຳພາ ຂະບວນການຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຫວນຄືນປະຫວັດຄວາມເປັນມາແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຕະຫຼອດໄລຍະ 50 ປີຜ່ານມາວ່າ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ຄັ້ງປະຫວັດສາດອັນຍິ່ງໃຫຍ່ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 1-2 ທັນວາ 1975 ເຊິ່ງມີຜູ້ແທນເຂົ້າຮ່ວມ 260 ທ່ານ ມີສະມາຊິກສະພາປະຊາຊົນສູງສຸດ ທັງໝົດ 45 ທ່ານ ຍິງ 4 ທ່ານ ແລະ ໄດ້ເລືອກຕັ້ງ ທ່ານ ປະທານ ສຸພານຸວົງ ເປັນປະທານສະພາປະຊາຊົນສູງສຸດ ກອງປະຊຸມໄດ້ປະກາດລົບລ້າງລະບອບສັກດິນນາ ແລະ ລ່າເມືອງຂຶ້ນແບບໃໝ່ຢ່າງສີ້ນເຊິງ ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຂຶ້ນຢ່າງສະຫງ່າອົງອາດ ໄຂສັງກາດໃໝ່ສັງກາດແຫ່ງເອກະລາດໃຫ້ແກ່ປະເທດຊາດ ແລະ ອິດສະຫຼະພາບໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງຈົນເທົ່າທຸກມື້ນີ້.

ຕະຫຼອດໄລຍະ 50 ປີຜ່ານມາ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມໃຫ່ຜູ້ແທນທົ່ວປະເທດ ຂຶ້ນທັງ ໝົດ 9 ຄັ້ງ ແລະ ຜ່ານສອງຊື່ເອີ້ນຄື: ຄັ້ງທີ 1-2 ແມ່ນ ເອີ້ນວ່າສະພາປະຊາຊົນສູງສຸດ ແລະ ຄັ້ງທີ 3-9 ເອີ້ນວ່າສະພາແຫ່ງຊາດ ໄດ້ສໍາເລັດການສ້າງ ປັບປຸງລັດຖະທໍາມະນູນ ແລະ ກົດໝາຍໃນຂົງເຂດວຽກງານຕ່າງໆ ຈຳນວນຫຼາຍສະບັບ ໃຫ້ແທດເໝາະກັບແຕ່ລະໄລຍະ ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ ມີພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ ປະຕິບັດລັດຖະທຳມະນູນ ກົດໝາຍຂອງບັນດາອົງການລັດ ໂອກາດນີ້ ທ່ານຍັງໄດ້ນຳສະເໜີບາງບັນຫາທີ່ສຳຄັນການກະກຽມຄວາມພ້ອມຮອບດ້ານ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໃຫ້ຮັບຊາບຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version