Home ຂ່າວກິລາ ທ່ານ ກາລຸນາ ສຸວັນນະເມທີ ນຳທີມRNS ຄ້ວາແຊ້ມ ສປ ຈີນ

ທ່ານ ກາລຸນາ ສຸວັນນະເມທີ ນຳທີມRNS ຄ້ວາແຊ້ມ ສປ ຈີນ

0

ສະໂມສອນ ອາຣເອັນເອັສ ອາຄາເດມີ້ (RNS Academy) ພວກເຮົາແມ່ນທີມນ້ອງໃໝ່ໃນວົງການບານເຕະເຍົາວະຊົນລາວ ສາມາດຄວ້າແຊ້ມ ອັນດັບໜຶ່ງໄດ້ສໍາເລັດໃນລາຍການໃຫຍ່ນານາຊາດ PEACE CUP 2024 ທີ່ນະຄອນເຊິນຢາງ, ແຂວງຫລຽວໜິງ ສປ ຈີນ ລະຫວ່າງວັນທີ 12-18 ສິງຫາ 2024 ຊຶ່ງມີ 900 ທີມ ຈາກຫລາຍປະເທດເຂົ້າຮ່ວມຊິງໄຊໃນການແຂ່ງຂັນລາຍການດັ່ງກ່າວ.

ຜົນງານຂອງທີມ RNS Academy ລົງສະໜາມ 7 ນັດ ຊະນະລວດ 7 ນັດ:

-ນັດທຳອິດ RNS Academy 24-0 Tianjin Rui Yun

-ນັດທີ 2: RNS Academy 3-1 Shenyang Dongzhan

-ນັດທີ 3: RNS Academy 3-0 Shenyang Longxin.

-ນັດທີ 4 ຮອບ 16 ທີມ: RNS Academy 3-0 Shenyang Xinye

-ນັດທີ 5 ຮອບ 8 ທີມ: RNS Academy 5-0 Yibu Sport

-ນັດທີ 6 ຮອບ 4 ທີມ: RNS Academy 3-1 Hunnan Liaoxiaohu (ແຊ້ມເກົ່າ ລາຍການ PEACE CUP ປີ 2023)

-ນັດທີ 7 ຮອບຊິງຊະນະເລີດ RNS Academy 2-1 Sheyang Dongzhan ສາມາດລົ້ມແຊ້ມເກົ່າປີ 2023 ຄວ້າແຊ້ມອັນດັບຫນຶ່ງໃນລາຍການດັ່ງກ່າວໃນປີນີ້ 2024 ມາໄດ້ສໍາເລັດ.

ນອກຈາກນັ້ນຍັງສາມາດຄວ້າໃບກຽດຕິຄຸນນັກເຕະດີເດັ່ນ ມາໄດ້ທັງຫມົດ 7 ໃບ 7 ນັດ ໂດຍບໍ່ເພື່ອໃຫ້ທີມໃດເລີຍໂດຍມີລາຍຊື່ດັ່ງນີ້:

1. ນ້ອງ ເທບເທວາ ສຸວັນນະເມທີ ( ແດນນີ້ ນໍ້າເບີ 7 ).

2. ນ້ອງ ແສງຊະນະ ແສງວິໄຊ ( ທີວ ນໍ້າເບີ 11 ).

3. ນ້ອງປະຣິສຸດໂທ ມະໂນຄຳ ( ບຸດດ້າ ນໍ້າເບີ 6 ).

4. ນ້ອງ ອຸດມະນີ ຈຸມມະລີ ( ດ້ວງ ນໍ້າເບີ 9 ).

5. ນ້ອງ ວັດທະນາ ທອງດີວົງ ( ເບັກເກີ້ ນໍ້າເບີ 5 ).

6. ນ້ອງ ເພັດທະສອນ ພັນທະມິດ ( ໂຕເຫຼັກ ນໍ້າເບີ 10 ).

7. ນ້ອງ ອັກສອນສິນ ພູມສຸວັນ ( ເຕີ້ ນໍ້າເບີ 2 ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version