Home ຂ່າວຕ່າງປະເທດ ນັກບິນອະວະກາດອາເມຣິກາ ຈະກັບຄືນໜ່ວຍໂລກກ່ອນທ້າຍເດືອນສິງຫານີ້

ນັກບິນອະວະກາດອາເມຣິກາ ຈະກັບຄືນໜ່ວຍໂລກກ່ອນທ້າຍເດືອນສິງຫານີ້

0

ຂ່າວສານຊີອາໄອລາຍງານບໍ່ດົນມານີ້ວ່າ, ອົງການການບິນອະວະກາດແຫ່ງຊາດອາເມຣິກາ ກ່າວວ່າ: ຈະມີການຕົກລົງເທື່ອສຸດທ້າຍສຳລັບຮູບການ ແລະ ເວລາທີ່ລະອຽດ ເພື່ອກັບຄືນໜ່ວຍໂລກຂອງນັກບິນອະວະກາດອາເມຣິກາ 2 ຄົນ ກ່ອນທ້າຍເດືອນສິງຫານີ້. ຂ່າວລະບຸວ່າ: ໃນວັນທີ 6 ມິຖຸນາ ຜ່ານມາ, ນັກບິນອະວະກາດອາເມຣິກາ 2 ຄົນໄດ້ເດີນທາງດ້ວຍຍານອະວະກາດ “ເຮືອດາວ” ຫຼື starliner ໄປຮອດສະຖານີອະວະກາດສາກົນ, ຕາມເວລາທີ່ກຳນົດໄວ້ແມ່ນຕ້ອງເດີນທາງກັບຄືນໜ່ວຍໂລກໃນວັນທີ 14 ມິຖຸນາປີນີ້, ແຕ່ຍ້ອນວ່າ ເຄື່ອງຈັກຂັບເຄື່ອນຂອງຍານເກີດຂັດຂ້ອງ, ມີທາດອາຍ N₂ ຮົ່ວອອກ ແລະ ບັນຫາອື່ນໆ, ເຮັດໃຫ້ເວລາໃນການກັບຄືນໂລກໄດ້ເລື່ອນອອກໄປຫຼາຍເທື່ອ, ນີ້ແມ່ນຍານອະວະກາດ starliner ທົດລອງບິນບັນທຸກຄົນເທື່ອທຳອິດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version