Home ຂ່າວພາຍໃນ ຫົວພັນ ກຽມຈັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາທ້າຍສະໄໝ

ຫົວພັນ ກຽມຈັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາທ້າຍສະໄໝ

0

ພາຍຫຼັງໄດ້ມີຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ເຫັນວ່າ ມາຮອດປັດຈຸບັນ ມີຫຼາຍອົງການຈັດຕັ້ງພັກ-ລັດ ທັງສູນກາງຮອດ​ທ້ອງຖິ່ນໃນທົ່ວປະເທດໄດ້ກະກຽມຄວາມພ້ອມໃນ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ໂດຍ​ສະ​ເພາະ​ແຂວງ​ຫົວ​ພັນ ທີ່​ໄດ້ກະກຽມຄວາມພ້ອມແລ້ວແຜນວຽກຈໍານວນໜຶ່ງ.

ທ່ານ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໃຫ້ຮູ້ກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນໃນການກະກຽມຈັດຕັ້ງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງຫົວພັນໃຫ້​ຮູ້​ວ່າ: ມາຮອດປັດຈຸບັນແຂວງຫົວພັນໄດ້ກະກຽມຄວາມພ້ອມແລ້ວແຜນວຽກຈໍານວນໜຶ່ງໂດຍພື້ນຖານ ຄາດວ່າພາຍໃນເດືອນ 10 ປີ 2024 ນີ້ ໃຫ້ສໍາເລັດກອງປະຊຸມອົງຄະນະພັກຮາກຖານອ້ອມຂ້າງແຂວງ, ຈາກນັ້ນໄລຍະເດືອນ 1 ຫາເດືອນ 3 ປີ 2025 ຈະໃຫ້ສໍາເລັດກອງປະຊຸມອົງຄະນະພັກເມືອງ ທັງ 10 ເມືອງທົ່ວແຂວງ, ໃນເດືອນ 4 ປີ 2025 ຈະຈັດກອງປະຊຸມອົງຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ຈະຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຂຶ້ນໃນເດືອນ 9 ປີ 2025.

ທ່ານເຈົ້າແຂວງຫົວພັນ ຍັງໃຫ້ຮູ້ຕື່ມວ່າ: ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມ ທ້າຍສະໄໝ ຂອງແຂວງຫົວພັນ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນໄລຍະທີ່ຜ່ານມາ ຕິດພັນກັບການກະກຽມຈັດຕັ້ງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງຫົວພັນເຫັນວ່າມີອັນພົ້ນເດັ່ນຫຼາຍຢ່າງ ຍ້ອນຍາມໃດພວກເຮົາກໍເອົາໃຈໃສ່ເພີ່ມທະວີວຽກງານນໍາພາສຶກສາອົບຮົມ ການເມືອງ-ແນວຄິດ, ຍູ້ແຮງຂະບວນການຮອບດ້ານ ຕິດພັນກັບການປະຕິບັດ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະ ແມ່ນການປັບປຸງກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ເພື່ອເປັນກໍາລັງແຮງ ໃນການສືບຕໍ່ຈັດຕັ້ງປະຕິບັດ ມະຕິໃນທ້າຍສະໄໝໃຫ້ສາມາດບັນລຸຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນ ໄດ້ວາງອອກໃຫ້ມີຜົນສໍາເລັດ, ຈຸດສຸມແມ່ນເລັ່ງໃສ່ແກ້ໄຂ ບັນຫາຕົວຈິງທີ່ຕັ້ງຂຶ້ນ ຊຶ່ງເປັນບັນຫາເຄັ່ງຮ້ອນ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ໜີ້ສິນ, ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມໃຫ້ມີການ ຫັນປ່ຽນຢ່າງເດັ່ນຊັດຂຶ້ນ; ປຸກລະດົມປະຊາຊົນບັນດາເຜົ່າໃນແຂວງຫົວພັນໃຫ້ເປັນເຈົ້າຕົນເອງ ແລະ ເຂົ້າຮ່ວມຂະບວນການຕ່າງໆ ຢ່າງແຂງແຮງ ແລະ ກວ້າງຂວາງ; ຖືສໍາຄັນ ແລະ ເອົາໃຈໃສ່ກະກຽມດ້ານເນື້ອໃນຂອງ ກອງປະຊຸມໃຫຍ່ ແຕ່ລະອົງຄະນະພັກ ໃຫ້ຮັບປະກັນເນື້ອໃນຢ່າງເລິກເຊິ່ງ, ແທດກັບຕົວຈິງ ແລະ ສາມາດຈັດຕັ້ງ ປະຕິບັດໃຫ້ເປັນຈິງ; ຕ້ອງຄັດເລືອກໃຫ້ໄດ້ ພະນັກງານນໍາພາ-ຄຸ້ມຄອງ ແລະ ສືບທອດປ່ຽນແທນ ທີ່ຮັບປະກັນຄຸນນະພາບ, ມີມາດຕະຖານ, ເງື່ອນໄຂຄົບຖ້ວນໂດຍສະເພາະ ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ບໍລິສຸດຜຸດຜ່ອງ ຕໍ່ອຸດົມການຂອງພັກ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ເຂົ້າໃນໂຄງປະກອບບຸກຄະລາກອນທີ່ຈະສະໝັກເຂົ້າເປັນ ຄະນະພັກຊຸດໃໝ່ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນລະບົບ ທັງ 3 ຮຸ່ນພະນັກງານ, ມີສັດສ່ວນເພດ, ເຜົ່າທີ່ເໝາະສົມສອດຄ່ອງຕາມເງື່ອນໄຂ, ຈຸດພິເສດຂອງທ້ອງຖິ່ນ, ຂົງເຂດກໍຄືຂະແໜງການນັ້ນໆ.

(ຂ່າວ-ພາບ: ມີໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version