ວິທະຍຸ-ໂທລະພາບສູນກາງຈີນ ກອງປະຊຸມສຸດຍອດເວທີປຶກສາຫາລືການພັດທະນາພະລັງງານສາກົນ 2025 ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ໄດ້ເປີດເຜີຍບົດລາຍງານການຄາດຄະເນພະລັງງານສາກົນ ແລະ ສປ ຈີນ 2060(ສະບັບ 2025, ໂດຍລະບຸວ່າ: ໂຄງສ້າງພະລັງງານຂອງ ສປ ຈີນ ນັບມື້ ນັບມີຄວາມຫລາກຫລາຍ ແລະ ດຸນດຽງ, ຍອດປະລິມານການຜະລິດນ້ຳມັນດິບຂອງ ສປ ຈີນ ໃນປີ 2025 ຄາດວ່າຈະສູງເຖິງ 215 ລ້ານໂຕນ, ເຊິ່ງສ້າງສະຖິຕິໃໝ່, ຍອດປະລິມານການຜະລິດອາຍແກັສທຳມະຊາດຈະສູງເຖິງ 260 ຕື້ແມັດກ້ອນ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ທ້າຍໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 13 ຄື: ປີ 2020. ຄາດຄະເນວ່າ, ຮອດປີ 2030, ຍອດປະລິມານການຜະລິດນ້ຳມັນດິບຕໍ່ປີ ຂອງ ສປ ຈີນ ຈະຢູ່ໃນລະດັບ 200 ໂຕນ ຢ່າງໝັ້ນທ່ຽງ ແລະ ຍອດປະລິມານການຜະລິດອາຍແກັສທຳມະຊາດຕໍ່ປີ ຄາດວ່າ ຈະເພີ່ມຂຶ້ນຮອດ 300 ຕື້ແມັດກ້ອນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
