ວິທະຍຸ-ໂທລະພາບສູນກາງຈີນ ບໍລິສັດເຮືອບິນການຄ້າຈີນຈໍາກັດ ເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນເຮືອບິນ C909 ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພ ຈໍານວນຫລາຍກວ່າ 30 ລ້ານເທື່ອຄົນ, ກວມເອົາຫລາຍກວ່າ 60% ຂອງເຮືອບິນຜູ້ໂດຍສານສະເພາະ ເຂດພາຍໃນປະເທດ ແລະ ໄດ້ດໍາເນີນການບໍລິການຢູ່ຕ່າງປະເທດ ຈໍານວນ 12 ປະເທດ. C909 ແມ່ນເຮືອບິນຜູ້ໂດຍສານ ສະເພາະເຂດໄລຍະກາງ ແລະ ໄລຍະສັ້ນ ທີ່ ສປ ຈີນ ອອກແບບຄົ້ນຄວ້າຜະລິດເອງຕາມມາດຕະຖານສາກົນ ເທື່ອທໍາອິດ ແລະ ມີສິດຊັບສິນທາງປັນຍາເປັນຂອງຕົນເອງ, ເລີ່ມປະຕິບັດໜ້າທີ່ການບິນຄັ້ງທໍາອິດ ໃນວັນທີ 28 ມິຖຸນາ 2016. ປັດຈຸບັນເຮືອບິນ C909 ດໍາເນີນ ການໂດຍ 3 ບໍລິສັດ ການບິນຕ່າງປະເທດໃນພາກພື້ນອາຊີອາຄະເນ ຄື: ບໍລິສັດການບິນ ຕຣານສ໊ນູຊາ ອິນໂດເນເຊຍ, ບໍລິສັດການບິນລາວ ແລະ ບໍລິສັດການບິນຫວຽດເຈັດ ຂອງ ສສ ຫວຽດນາມ ລວມແລ້ວ ໄດ້ເປີດເສັ້ນທາງການບິນເກືອບ 20 ສາຍ ທີ່ເຊື່ອມຕໍ່ກັບ 20 ກວ່າເມືອງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
