Home ຂ່າວໜ້າໜຶ່ງ ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

0

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ74 ປີ ໃນວັນທີ 9 ສິງຫາ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຄະນະນຳກະຊວງ ຖວທ, ຫົວໜ້າກົມ-ຮອງກົມ, ຫົວພະແນກ, ຜູ້ຕາງໜ້າສື່ມວນຊົນ ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຕະຫລອດ ໄລຍະ 74 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແມ່ນໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເປັນກ້າວໆມາ ຕິດພັນກັບການນໍາພາ, ຊີ້ນໍາຂອງພັກ ຢ່າງໃກ້ຊິດ ແລະ ສະໜິດແໜ້ນ. ຕະຫອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ກໍຄື ໄລຍະ 49 ປີ ຜ່ານມາ, ພັກ, ລັດຖະບານຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ. ສື່ມວນຊົນ ແລະ ກາມພິມຈຳໜ່າຍ ໄດ້ກາຍເປັນອາວຸດອັນຄົມແຫລມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີສົ່ງເສີມລະບອບປະຊາທິປະໄຕປະຊາຊົນ, ທັງຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ນໍາພາຫາງສຽງສັງຄົມ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມບໍ່ດີ, ອິດທິກໍາປໍລະປັກ ຢ່າງເລິກເຊິ່ງ, ທັນການ ແລະ ວຽກງານສື່ມວນຊົນ, ການພິມຈໍາໜ່າຍ ໄດ້ພັດທະນາທາງດ້ານປະລິມານ ແລະ ຄຸນນະພາບຢ່າງເປັນລະບົບ, ຕໍ່ເນື່ອງ.

ສຳລັບຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານ ຂົງເຂດສື່ມວນຊົນ ປະຈໍາປີ 2023-2024 ແມ່ນໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ຂອງພັກ ໃນໄລຍະທ້າຍສະໄໝ ໂດຍສະເພາະ ການໂຄສະນາຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງພັກໃນແຕ່ລະໄລຍະ ເປັນຕົ້ນ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ໂຄສະນາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ການສົ່ງເສີມການຊົມໃຊ້ສິນຄ້າຂອງຕົນ, ຫລຸດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລະ ອື່ນໆ; ໂຄສະນາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ; ເປັນເຈົ້າການ, ຕື່ນຕົວ ໂຄສະນາຕອບໂຕ້, ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສາມາດຊຸກຍູ້ການຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ທ້ອງ ຖິ່ນທົ່ວປະເທດ, ມາຮອດປີ 2024 ຕິດຕັ້ງໂທລະໂຄ່ງໄດ້ທັງໝົດ 6.000 ກວ່າຊຸດ ໃນທົ່ວປະເທດ ແລະ ລົງທະ ບຽນໜ້າຂ່າວອອນລາຍໄດ້ທັງໝົດ 170 ກວ່າໜ້າຂ່າວ. ນອກຈາກນີ້, ຍັງໄດ້ຝຶກອົບຮົມບຸກຄະລາກອນສື່ມວນຊົນ ກໍຄື ຄະນະບັນນາທິການ, ນັກຂ່າວ ທັງຮູບແບບອອນລາຍ, ຮູບແບບເຊິ່ງໜ້າຢ່າງຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ສຳລັບຂົງເຂດການພິມຈໍາໜ່າຍ ໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ມາຮອດປັດຈຸບັນ ມີ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມ ເກີດຂຶ້ນ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຂະແໜງຄົ້ນຄວ້າຈັດພິມປຶ້ມການຮຽນການສອນ, ປຶ້ມວິຊາການຂອງບັນດາຂະແໜງວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆຈຳນວນຫລາຍ, ມີອົງການຈັດຕັ້ງເຄື່ອນໄຫວເຮັດວຽກງານພິມຈຳໜ່າຍຄື: ສະມາຄົມການພິມ, ສະມາຄົມນັກປະພັນລາວ, ສະມາຄົມຫໍສະໝຸດລາວ ແລະ ກຸ່ມສຳນັກພິມເກີດຂຶ້ນ ເພື່ອສົ່ງເສີມຂະແໜງການພິມຈຳໜ່າຍ ແລະ ສົ່ງເສີມການອ່ານດ້ວຍຫລາຍຮູບການ ໃນປີ 2024, ວຽກງານການຈັດພິມປຶ້ມ ສາມາດອອກທະບຽນພິມປຶ້ມ ໄດ້ 704 ຫົວເລື່ອງ ມີ 3.049.549 ຫົວ, ສິ່ງພິມອື່ນ ໄດ້ 319.900 ສະບັບ. ໃນແຕ່ລະປີ ມີບົດປະພັນວັນນະຄະດີ ປະເພດກະວີ, ເລື່ອງສັ້ນ ລົງພິມ ແລະ ໂຄສະນາໃນສື່ ແລະ ສິ່ງພິມຕ່າງໆ ປະມານ 2.000 ບົດ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ເປັນອັນລະອຽດ ເຂົ້າສູ່ວຽກງານຕົວຈິງ ຂອງສື່ມວນຊົນ ແລະ ພິມຈຳໜ່າຍ ເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການ ເຄື່ອນໄຫວໃນພາກພື້ນ, ສາກົນ ແລະ ເພື່ອຮັບໃຊ້ໃຫ້ແກ່ວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເກີດຜົນປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຈິດໃຈມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ສືບຕໍ່ເປັນເຈົ້າການປັບປຸງພັດທະນາດ້ານເນື້ອໃນ ແລະ ຮູບການໂຄສະນາໃຫ້ດືງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ບົນພື້ນຖານຂໍ້ມູນຕົວຈິງ ແລະ ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ກໍຄື ບໍ່ໃຫ້ຜິດພາດ, ຜິດເຂ່ວອອກຈາກແນວທາງການເມືອງຂອງພວກກເຮົາ; ສືບຕໍ່ປັບປຸງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ ໃຫ້ສາມາດໃຊ້ການໄດ້ປົກກະຕິ ແລະ ສືບຕໍ່ຍາດແຍ່ງການຊ່ວຍເຫລືອຈາກປະເທດເພື່ອນມິດ, ສາກົນຕື່ມອີກ; ສືບຕໍ່ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກ ໃນຂົງເຂດສື່ມວນຊົນ ແລະ ການພິມຈໍາໜ່າຍ ໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ໃນຂົງເຂດນີ້ ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ສືບຕໍ່ເອົາໃຈໃສ່ການສ້າງຄວາມເຂັ້ມແຂງ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ ຕາມເງື່ອນໄຂຕົວຈິງ ໂດຍຊຸກຍູ້ໃຫ້ມີການປັບປຸງ, ກົນໄກ, ຂັ້ນຕອນ, ວິທີການ ແລະ ລະບຽບການຕ່າງໆ ທີ່ກ່ຽວ ຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ອົງການສື່ມວນຊົນ, ອົງການພິມຈໍາໜ່າຍ ແລະ ອົງການລັດວິຊາການ ປະຕິບັດໜ້າທີ່ຮັບໃຊ້ໜ້າທີ່ການເມືອງໃຫ້ທ່ວງທັນກັບວຽກ ງານ ແລະ ສອດຄ່ອງກັບສະພາບຕົວຈິງ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version