Home ຂ່າວໜ້າໜຶ່ງ ກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ (Call Center) ຂ້າມຊາດ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ

ກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ (Call Center) ຂ້າມຊາດ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ

0

ກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ (Call Center) ຂ້າມຊາດ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຈັດຂຶ້ນ ໃນວັນທີ 9 ສິງຫາ 2024 ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆ ບໍ່ແກ້ວ ແລະ ທ່ານ ຈ້າວເຫວີຍ ປະທານ ສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍມີຮອງເຈົ້າແຂວງ, ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ, ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ຫົວໜ້າພະແນກ, ຮອງພະແນກ ທີ່ກ່ຽວຂ້ອງຂອງແຂວງ, ຄະນະປະສານງານກຳມະທິການ ປກຊ ປະຈຳເຂດ-ກອງບັນຊາການ ປກສ ເຂດ, ຮອງຫົວໜ້າຄະນະຄຸ້ມຄອງ, ພ້ອມດ້ວຍຂະແໜງການປິ່ນອ້ອມພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເຂົ້າຮ່ວມ.

ທ່ານ ທອງຈັນ ມະນີໄຊ ໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ແນໃສ່ທົບທວນບັນດາໜ້າວຽກຕ່າງໆ ທີ່ໄດ້ຕົກລົງເປັນເອກະພາບກັນ ໃນການແກ້ໄຂຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ມີຄວາມສຳເລັດ ແລະ ແກ້ໄຂໃຫ້ຂາດຕົວ ໂດຍສະເພາະ ບັນຫາກຸ່ມແກ້ງ ສໍ້ໂກງທາງໂທລະຄົມຂ້າມຊາດ ເນື່ອງຈາກບັນຫາ ດັ່ງກ່າວ, ເປັນບັນຫາໜຶ່ງ ທີ່ທາງລັດຖະບານຈີນ ກໍຄື ພາກພື້ນ ໃຫ້ຄວາມສົນໃຈຫລາຍ. ເພື່ອເຮັດໃຫ້ການແກ້ໄຂບັນຫາ ການສໍ້ໂກງທາງໂທລະຄົມ ຂ້າມຊາດ ໄດ້ຮັບການແກ້ໄຂຢ່າງຂາດຕົວ ສະເໜີມາຍັງຜູ້ພັດທະນາ ກໍຄື ກຸ່ມບໍລິສັດດອກງິ້ວຄຳ ໃຫ້ການຮ່ວມມື, ສະໜັບສະໜູນເຈົ້າໜ້າທີ່ພາກລັດ ຂອງພວກເຮົາ ໃນການແກ້ໄຂຫລາຍບັນຫາ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເປັນຕົ້ນ ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ; ການຫລົບລີ້ຂອງຜູ້ໜີຄະດີຈາກບັນດາປະເທດໃກ້ຄຽງ; ການດໍາເນີນການສໍ້ໂກງທາງໂທລະຄົມ ຫລື Call Center ແລະ ການນໍາເຂົ້າ-ນໍາໃຊ້ພາຫະນະບໍ່ຖືກຕ້ອງ ເຊິ່ງບັນຫາ ທີ່ໄດ້ຍົກຂຶ້ນມານັ້ນ ແມ່ນປະກົດການທີ່ເກີດຂຶ້ນຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ. ດັ່ງນັ້ນ, ອົງການປົກຄອງແຂວງບໍ່ແກ້ວ, ເມືອງຕົ້ນເຜິ້ງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ, ບັນດາກະຊວງ, ພະແນກການ, ກົມກອງ ທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລວມທັງສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ ແລະ ກຸ່ມບໍລິສັດ ດອກງິ້ວຄຳ ຕ້ອງຮ່ວມມືກັນ ສຸມໃສ່ແກ້ໄຂບັນຫາບັນດັ່ງກ່າວ, ທີ່ເກີດຂຶ້ນໃຫ້ໝົດ ແລະ ໃຫ້ຂາດຕົວ ໂດຍການຍຶດຖືເອົາບັນດານິຕິກໍາ ແລະ ກົດໝາຍ ທີ່ກ່ຽວຂ້ອງເປັນບ່ອນອີງ, ເປັນເຄື່ອງມືໃນການແກ້ໄຂຮ່ວມກັນ, ຖ້າສາມາດແກ້ໄຂບັນຫາດັ່ງກ່າວ, ໃຫ້ມີຜົນສຳເລັດ ຈະສ້າງຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ມາຮ່ວມລົງທຶນພັດທະນາ ກັບກຸ່ມບໍລິສັດດອກງິ້ວຄຳ ຫລາຍຂຶ້ນ.

ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ກ່າວຕໍ່ກັບກອງປະຊຸມວ່າ ສະພາບໍລິຫານ ແລະ ຜູ້ພັດທະນາ ກຸ່ມບໍລິສັດດອກງິ້ວຄຳ ໄດ້ເອົາໃຈໃສ່ສະໜັບສະໜູນວຽກງານຕ່າງໆຂອງລັດຖະບານລາວ ຢ່າງເດັດຂາດ ແລະ ໄດ້ເອົາໃຈໃສ່ຕໍໍ່ຕ້ານສະກັັ້ດກັນການສໍ້ໂກງໂທລະຄົມຂ້າມຊາດຢ່າງບໍ່ຢຸດຢັ້ງ. ພາຍໃນເວລາທີ່ຜ່ານມາ ກຸ່ມບໍລິສັດດອກງິ້ວຄຳໄດ້ໃຫ້ການຮ່ວມມື ແລະ ເຂົ້າຮ່ວມໃນວຽກງານໂຄສະນາຢ່າງຕັ້ງໜ້າ ໃນການເຄື່ອນໄຫວຜິດກົດໝາຍ “ຫ້າມ ແລະ ລົບລ້າງການສໍ້ໂກງໂທລະຄົມ” ພ້ອມທັງໄດ້ຊ່ວຍເຫຼືອປະກອບສ່ວນທາງດ້ານວັດຖຸອຸປະກອນໃຫ້ແກ່ທາງເຈົ້າໜ້າທີ່ຕຳຫຼວດ ແລະ ໄດ້ມອບຕົວຜູ້ຕ້ອງຫາເປັນຈຳນວນຫຼວງຫຼາຍ. ເຂດເສດຖະພິເສດເຮົາຢືນຢັນວ່າຈະກຳຈັດ 3 ປະເພດນີ້ໃຫ້ໝົດສິ້ນໄດ້ແກ່: ການລັກລອບເຂົ້າເມືອງແບບຜິດກົດໝາຍ, ການສໍ້ໂກງທາງໂທລະຄົມ, ບຸກຄົນທີ່ຜູ້ຫຼົບໄພທາງອິນເຕີເນັດ. ພ້ອມຈະສ້າງສະພາບແວດລ້ອມທີ່ກົມກຽວ ແລະ ຊັດເຈນໃນການພັດທະນາເຂດແຫ່ງນີ້.

ພ້ອມນີ້, ທ່ານ ພົນຈັດຕະວາ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕ່ຳຫລວດ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບສະພາບໍລິຫານເຂດ, ຄະນະຄຸ້ມຄອງເຂດ, ຂະແໜງການແຮງງານປະຈຳເຂດ ຈັດຕັ້ງຄະນະສະເພາະກິດດຳເນີນການກວດກາ, ຂຶ້ນບັນຊີເປົ້າໝາຍ ບັນດາຫົວໜ່ວຍທຸລະກິດ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ທີ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (CallCenter) ເຊິ່ງມີຈໍານວນ 306 ຫົວໜ່ວຍ, ຖືກດຳເນີນຄະດີ 1 ຫົວໜ່ວຍ, ຍັງ 305 ຫົວໜ່ວຍ, ມາຮອດຕົ້ນປີ 2024 ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ກອງບັນຊາການ ປກສ ເຂດ, ຄະນະປະສານງານທະຫານເຂດ, ສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງແຂວງບໍ່ແກ້ວ ໂຄສະນາສະກັດກັ້ນ ແລະ ແກ້ໄຂການເຄື່ອນໄຫວອອນລາຍ ທີ່ຜິດກົດໝາຍ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເຊິ່ງມີຫົວໜ່ວຍທຸລະກິດອອນລາຍ ມາລົງທະບຽນທັງໝົດ 400 ກວ່າຫົວໜ່ວຍ ແລະ ໄດ້ສຶກສາອົບຮົມຫັນເອົາບັນດາຫົວໜ່ວຍທຸລະກິດເຄື່ອນໄຫວສໍ້ໂກງທາງໂທລະຄົມ ໄປຂຶ້ນທະບຽນໃຫ້ຖືກຕ້ອງຕາມກົດໝາຍ ກັບບໍລິສັດບໍລິການ ຈັດການໄຊເບີລາວ ຈຳກັດ. ປັດຈຸບັນ ມີບໍລິສັດ ໄດ້ຮັບໃບອະນຸມັດຂຶ້ນທະບຽນເປັນບໍລິສັດ ການພະນັນອອນລາຍ ຢ່າງຖືກຕ້ອງແລ້ວ 15 ບໍລິສັດແມ່, 37 ຫົວໜ່ວຍ.

ຕໍ່ກັບບັນດາຫົວໜ່ວຍທີ່ຍັງບໍ່ໄປຂຶ້ນທະບຽນນຳບໍລິສັດບໍລິການຈັດການໄຊເບີລາວຈຳກັດ; ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ຮ່ວມກັບສະພາບໍລິຫານເຂດ, ຄະນະຄຸ້ມຄອງເຂດ, ຄະນະປະສານງານທະ ຫານເຂດ, ກຳລັງ ປກສ ຈາກສູນກາງ, ທ້ອງຖິ່ນ, ເຈົ້າໜ້າທີ່ຕຳຫລວດ ສປ ຈີນ ແລະ ສສ ຫວຽດນາມ ໄດ້ຈັດຕັ້ງຄະນະສະເພາະກິດດຳເນີນການລົບລ້າງ, ຮື້ຖອນແລ້ວ ຈຳນວນ 9 ຄັ້ງ, ມ້າງໄດ້ 200 ກວ່າຫົວໜ່ວຍ, ກັກຕົວຜູ້ຖືກຫາໄດ້ ຫລາຍສົມຄວນ ເຊິ່ງເປົ້າໝາຍຜູ້ຖືກຫາ ດັ່ງກ່າວ, ພ້ອມທັງວັດຖຸເຄື່ອງຂອງກາງ ທີ່ກວດກັກໄດ້ ໃນແຕ່ລະຄັ້ງ ເຈົ້າໜ້າທີ່ຝ່າຍລາວ ໄດ້ດຳເນີນການສ້າງບົດບັນທຶກມອບສົ່ງໃຫ້ເຈົ້າໜ້າທີ່ແຕ່ລະປະເທດ ທີ່ກ່ຽວຂ້ອງ ນໍາໄປດໍາເນີນຄະດີຕາມລະບຽບ, ກົດໝາຍ. ພ້ອມນີ້, ຍັງຈະສືບຕໍ່ດໍາເນີນການລົບລ້າງບັນດາຫົວໜ່ວຍທີ່ຍັງເຫລືອ 100 ກວ່າຫົວໜ່ວຍ ທີ່ຍັງສືບຕໍ່ເຄື່ອນໄຫວກິດຈະການສໍ້ໂກງທາງໂທລະຄົມ ຢູ່ພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ຢ່າງເດັດຂາດ ໂດຍກຳນົດມາດຕະການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ໂດຍໃຫ້ເຈົ້າຂອງກິດຈະການຮື້ຖອນອຸປະກອນເຕັກນິກຮັບໃຊ້ ອອກຈາກອາຄານທັງໝົດ, ພ້ອມທັງ ຮັບຜິດຊອບຕໍ່ລູກຈ້າງ ໃນການຈ່າຍເງິນຄ່າແຮງງານ, ອໍານວຍຄວາມສະດວກໃນການເດີນທາງກັບປະເທດ ເຊິ່ງເຈົ້າໜ້າທີ່ ຈະເພີ່ມທະວີການຕິດຕາມ, ກວດກາຢ່າງເຂັ້ມງວດ ຕໍ່ເຈົ້າຂອງກິດຈະການ ເພື່ອປ້ອງກັນບໍ່ໃຫ້ມີການລົບໜີ ແລະ ຈະເປັນເຈົ້າການໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງຄະນະສະເພາະກິດ ສືບຕໍ່ດຳເນີນການກວດກາ, ຈັບກຸມບັນດາຫົວໜ່ວຍທີ່ຍັງຝ່າຝືນ ແລະ ສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ ມາດໍາເນີນຄະດີຕາມລະບຽບ, ກົດໝາຍ ຢ່າງເດັດຂາດ ໂດຍແຍກເປັນແຕ່ລະກຸ່ມ ແຕ່ລະສັນຊາດ ລວມທັງຄົນລາວ ທີ່ເຂົ້າຮ່ວມຂະບວນການດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version