Home ຂ່າວໜ້າໜຶ່ງ ຖວທ ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນເພື່ອຕ້ານຂ່າວປອມ

ຖວທ ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນເພື່ອຕ້ານຂ່າວປອມ

0

ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດເວທີເສວະນາ ພາຍໃຕ້ຫົວຂໍ້ “ສຳມະນາວິທະຍາສາດຕ້ານຂ່າວປອມໃນສື່ສັງຄົມອອນລາຍ ແລະ ບົດບາດຂອງສື່ທີ່ເປັນທາງການໃນການຕ້ານຂ່າວປອມ” ໃນວັນທີ 8 ສິງຫາ 2024 ທີ່ກະຊວງ ຖວທ ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ, ຫົວໜ້າອົງການສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ກ່າວວ່າ: ຂ່າວປອມໝາຍເຖິງຂໍ້ມູນທີ່ບໍ່ເປັນ ຄວາມຈິງ ຫຼື ບິດເບືອນທີ່ເຜີຍແຜ່ອອກໄປເຮັດໃຫ້ຜູ້ຮັບຊົມ-ຮັບຟັງ ເຊື່ອວ່າເປັນຄວາມຈິງ ຊຶ່ງອາດຈະມີຈຸດປະສົງເພື່ອທໍາລາຍຊື່ສຽງ, ສ້າງຄວາມຢ້ານກົວ ຫຼື ປ່ຽນຄວາມຄິດເຫັນຂອງສັງຄົມ ຊຶ່ງຂ່າວປອມມີຫຼາຍຮູບແບບເຊັ່ນ: ຂ່າວທີ່ສ້າງຂຶ້ນໂດຍບໍ່ມີພື້ນຖານຄວາມຈິງ, ຂ່າວທີ່ເຂົ້າໃຈຜິດທີ່ປະກອບດ້ວຍຂໍ້ມູນທີ່ແທ້ຈິງບາງຢ່າງ ແຕ່ຖືກນໍາສະເໜີໃນທາງທີ່ເຂົ້າໃຈຜິດ, ຂ່າວສຽດສີ ຂ່າວທີ່ໃຊ້ການສຽດສີ ແລະ ຕະຫຼົກເພື່ອວິພາກວິຈານ ສະທ້ອນເຖິງບັນຫາໃດໜຶ່ງ ບາງຄັ້ງສາມາດເຂົ້າໃຈຜິດເປັນຂ່າວທີ່ແທ້ຈິງ, ຂ່າວທີ່ມີເນື້ອໃນປະສົມປະກອບດ້ວຍການປະສົມຂອງຂໍ້ມູນທັງຄວາມຈິງ ແລະ ບໍ່ຖືກ ຕ້ອງເຮັດໃຫ້ເຮົາຍາກທີ່ຈະກວດສອບ.

ພ້ອມນີ້, ທ່ານຫົວໜ້າກົມສື່ມວນຊົນ ຍັງກ່າວໃຫ້ຮູ້ກ່ຽວກັບບົດບາດຂອງສື່ມວນຊົນວ່າ: ບົດບາດຂອງສື່ມວນຊົນທາງການ ໃນການຕ້ານຂ່າວປອມຄື: ກວດສອບຄວາມຈິງ ຊຶ່ງສື່ມວນຊົນຄວນກວດ ການເບິ່ງຂໍ້ເປັນຈິງຢ່າງລະອຽດກ່ອນທີ່ຈະເຜີຍແຜ່ຂ່າວ, ການນໍາໃຊ້ແຫຼ່ງຂ່າວທີ່ເຊື່ອຖືໄດ້ ແລະ ການກວດສອບຂໍ້ມູນຈາກຫຼາຍແຫຼ່ງຈະຊ່ວຍຫຼຸດຜ່ອນການແຜ່ກະຈາຍຂອງຂ່າວປອມ, ການສະໜອງຂໍ້ມູນທີ່ຖືກຕ້ອງ ການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ, ສື່ມວນຊົນຄວນເນັ້ນໜັກເຖິງການລາຍງານຂ່າວທີ່ເປັນຈິງ ແລະ ມີຈັນຍາບັນ, ການສຶກສາຂ່າວປອມ ສື່ມວນຊົນສາມາດຜະລິດບົດຄວາມ ຫຼື ໂຄງການທີ່ໃຫ້ຄວາມຮູ້ແກ່ປະຊາ ຊົນໃນການກວດສອບຂ່າວປອມ, ລວມທັງການຈໍາແນກລະຫວ່າງ ຂ່າວທີ່ເຊື່ອຖືໄດ້ ແລະ ຂ່າວປອມ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ກ່າວໃຫ້ຮູ້ເຖິງທິດທາງ ແລະ ການພັດທະນາສື່ມວນຊົນໃນຍຸກໃໝ່ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງວິໄສທັດຂອງສື່ມວນຊົນລາວວ່າ: ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ, ຊັດເຈນ, ທັນເຫດການ, ທັນເວລາ ສາມາດເຂົ້າເຖິງໄດ້ທຸກພື້ນທີ່ທົ່ວປະເທດ; ມີຄວາມຫຼາກຫຼາຍ ຄົບຖ້ວນດ້ານເນື້ອໃນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຢ່າງຮອບ ດ້ານໃຫ້ແກ່ພັກ-ລັດ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ຊຸກຍູ້ສົ່ງເສີມ ສ້າງບຸກຄະລາກອນສື່ມວນຊົນທີ່ມີຄຸນທາດທາງດ້ານການເມືອງ ໜັກແໜ້ນ ແລະ ມີວຸດທິ ສື່ສານມວນຊົນທີ່ກ້າວໜ້າສົມຄູ່ກັບຍຸກສະໄໝ; ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງໃນລະດັບທີ່ແນ່ນອນ; ສົ່ງເສີມການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ, ການຮ່ວມມືກັບຕ່າງປະເທດໃນການສົ່ງເສີມການລົງທຶນໃນວຽກງານຖະແຫຼງຂ່າວໃຫ້ກວ້າງ; ຂະຫຍາຍ ຂອບເຂດການພົວພັນ, ເຊື່ອມໂຍງກັບເວທີສື່ມວນຊົນສາກົນໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝັ້ນຄົງຍືນຍົງ.

ພາບ-ຂ່າວ: Media Laos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version