Home ສຶກສາ ສົກສຶກສາ 2024-2025 ມີນັກສຶກສາ ສອບເສັງເຂົ້າ ມຊ 5.457 ຄົນ

ສົກສຶກສາ 2024-2025 ມີນັກສຶກສາ ສອບເສັງເຂົ້າ ມຊ 5.457 ຄົນ

0

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນສົກສຶກສາ 2024-2025 ໃນວັນທີ 10 ສິງຫາ 2024 ໂດຍມີນັກສຶກສາເຂົ້າຮ່ວມສອບເສັງທັງໝົດ 5.457 ຄົນ ເຊິ່ງການສອບເສັງແມ່ນ ຈັດຂຶ້ນຢູ່ສູນດຽວ ຢູ່ວິທະຍາເຂດດົງໂດກ ມີ 140 ຫ້ອງສອບເສັງ ຕາມແຕ່ລະວິຊາດັ່ງນີ້ : ຄະນະເສດຖະສາດ ສາຍທໍາມະຊາດ 59 ຫ້ອງ, ຄະນະວິທະຍາສາດທຳມະຊາດ ສາຍສັງຄົມ 29 ຫ້ອງ, ຄະນະວິທະຍາສາດສັງຄົມ ສາຍສັງຄົມ 28 ຫ້ອງ, ຄະນະອັກສອນສາດ ສາຍສັງຄົມ 72 ຫ້ອງ, ຄະນະສະຖາປັດຕະຍະກຳສາດ ສາຍສັງຄົມ 18 ຫ້ອງ, ຄະນະວິທະຍາສາດສິ່ງແວດລ້ອມ ສາຍສັງຄົມ 24 ຫ້ອງ.

ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ການສອບເສັງເຂົ້າຮຽນໃນມະຫາວິທະຍາໄລແຫ່ງຊາດ ແມ່ນມີຫລາຍລະບົບ, ສະເພາະສອບເສັງໃນວັນທີ 10 ສິງຫາ 2024 ແມ່ນລະບົບຮຽນ 4-5 ປີ ແລະ ຜູ້ທີ່ຮຽນຊັ້ນສູງ ຕາມແຜນຮັບນັກສຶກສາ ແມ່ນ 7.685 ຄົນ ແລະ ຈະມີການສອບເສັງເພີ່ມຕື່ມອີກໃນລະບົບອື່ນ. ສໍາລັບຜົນການສອບເສັງຈະປະກາດໃນຫລັງຈາກສອບເສັງແລ້ວ 1 ເດືອນ ຫລັງຈາກນັ້ນກໍ່ລົງທະບຽນເຂົ້າຮຽນເປັນປົກກະຕິ.

ໂອກາດນີ້, ເດຊານຸລາດ ແສນດວງເດດ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງນັກຮຽນ ຈົ່ງຊຸກຍູ້ໃຫ້ລູກຕົນເອງໄດ້ຮໍ່າຮຽນ ແລະ ນັກຮຽນເອງທີ່ຮຽນຈົບມັດທະຍົມຕອນປາຍແລ້ວ ຈົ່ງສະໝັກເສັງເຂົ້າຮຽນວິຊາສະເພາະ ກ່ອນຈະໄປປະກອບອາຊີບ ບໍ່ວ່າຈະຮຽນພາກປົກກະຕິ ຫລື ພາກພິເສດ ໂດຍການຮຽນ ແລະ ເຮັດປະກອບອາຊີບໄປນຳກໍໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version