Home ຂ່າວການເມືອງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024)

0

ແນວລາວສ້າງຊາດມີບົດບາດໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ນັບທັງຄົນເຊື້ອຊາດລາວຢູ່ຕ່າງປະເທດ ໃຕ້ຮົ່ມທຸງປະຕິວັດຂອງພັກປະຊາຊົນ ປະຕິວັດລາວ, ຢຶດໝັ້ນພັນທະພາບກໍາມະກອນ-ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ, ເດັດດ່ຽວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ພາຍຫຼັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975, ມາຮອດປີ 1979 ໄດ້ມີມະຕິຕົກລົງຂອງກົມການເມືອງສູນກາງພັກປ່ຽນຊື່ “ແນວລາວຮັກຊາດ’’ ມາເປັນ “ແນວລາວສ້າງຊາດ” ຮອດປັດຈຸບັນໃນກອງປະຊຸມໃຫຍ່ຄັ້ງທີ IV ຜູ້ແທນແນວລາວສ້າງຊາດທົ່ວປະເທດໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກຸມພາ 1979 ທີ່ນະຄອນຫຼວງວຽງຈັນ ກອງປະຊຸມຄັ້ງນີ້ໄດ້ແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານສູນກາງແນວລາວສ້າງຊາດ ຊຶ່ງມູນເຊື້ອອັນສະຫງ່າອົງອາດທີ່ເປັນພື້ນຖານຂອງແນວລາວສ້າງຊາດມີຄື:

1) ແນວລາວສ້າງຊາດມີມູນເຊື້ອເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ນັບທັງຄົນເຊື້ອຊາດລາວຢູ່ຕ່າງປະເທດໃຕ້ຮົ່ມທຸງປະຕິວັດຂອງພັກປະຊາຊົນ ປະຕິວັດລາວ.

2) ແນວລາວສ້າງຊາດໄດ້ຢຶດໝັ້ນພັນທະພາບກໍາມະກອນ-ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ, ເດັດດ່ຽວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກ.

3) ແນວລາວສ້າງຊາດບໍ່ວ່າຍາມໃດກໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດຂອງພັກໃນທຸກໄລຍະຂອງການປະຕິວັດ.

4) ແນວລາວສ້າງຊາດມີມູນເຊື້ອຮ່ວມສໍາພັນທາງການເມືອງ ແລະ ທາງດ້ານການທະຫານກັບກໍາລັງເປັນກາງທີ່ກ້າວໜ້າ ແລະ ຊັ້ນຄົນຕ່າງໆ ນັບທັງຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການໝູນໃຊ້ຫຼັກການ, ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ຂົນຂວາຍປຸກລະດົມ, ດຶງດູດເອົາກໍາລັງເປັນກາງເຂົ້າຮ່ວມໃນຂະບວນການປະຕິ ວັດເຮັດໃຫ້ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

5) ແນວລາວສ້າງຊາດມີມູນເຊື້ອສໍາພັນສູ້ຮົບສາມັກຄີພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມປະຕິບັດການຮ່ວມສໍາພັນສາມຊາດລາວ-ຫວຽດນາມ-ກໍາປູເຈຍ ເພື່ອພ້ອມກັນຕີສັດຕູໂຕດຽວ.

6) ແນວລາວສ້າງຊາດມີມູນເຊື້ອເປັນທີ່ປຶກສາ, ແນະນໍາ ແລະ ເປັນບ່ອນອີງໃຫ້ປະຊາຊົນໄດ້ເພິ່ງພາ; ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ດີລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງປະຊາຊົນກັບລັດ.

7) ແນວລາວສ້າງຊາດຍັງເປັນແຫຼ່ງກໍາເນີດເຕີບໃຫຍ່, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານຮຸ່ນຕ່າງໆ ຫຼາຍທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງການປະຕິວັດ.

ເພື່ອເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດສິ່ງສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ຄື:

1. ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນຢ່າງແໜ້ນແຟ້ນກວ່າເກົ່າ ບົນພື້ນຖານຄວາມເປັນເອກະພາບໃນອຸດົມການແຫ່ງການສ້າງປະເທດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ; ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງທົ່ວປວງຊົນ ເປັນປັດໄຈຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ.

2. ປຸກລະດົມກໍາລັງແຮງຂອງປະຊາຊົນທຸກເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ເຂົ້າຮ່ວມໃນທຸກຂະ ບວນການວຽກງານແຫ່ງການພັດທະນາປະເທດຊາດຢ່າງຫ້າວຫັນ ແລະ ມີຜົນສໍາເລັດຢ່າງຈົບງາມ ບົນພື້ນຖານຄວາມຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

3. ເພີ່ມທະວີບົດບາດ ແລະ ເຊີດຊູຄວາມສາມາດຂອງການຈັດຕັ້ງແນວລາວສ້າງຊາດ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສືບຕໍ່ປະຕິບັດພາລະກິດປຽນແປງໃໝ່ ໃຫ້ໄດ້ຮັບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເພີ່ມທະວີຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາຂອງພັກ ແລະ ອົງການປົກຄອງຂັ້ນຕ່າງໆ.

4. ໂຄສະນາ, ສຶກສາອົບຮົມ, ປຸກລະດົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດສັງຄົມຂອງຊາດແຕ່ລະໄລຍະ.

5. ຫັນທິດລົງກໍ່ສ້າງແນວໂຮມຂັ້ນເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງແນວໂຮມຂັ້ນບ້ານໃຫ້ເປັນຫົວໜ່ວຍພັດທະນາ ເປັນບ່ອນຈັດຕັ້ງປະຕິບັດຕົວຈິງໃນທຸກຂົງເຂດວຽກງານຂອງແນວໂຮມ. ພ້ອມກັນນີ້, ອົງການແນວລາວສ້າງຊາດ ແລະ ອົງການພາຄີໃຫ້ສືບຕໍ່ປຸກລະດົມ ແລະ ຊຸກຍູ້ປະຊາຊົນສ້າງປັບປຸງກອງທຶນພັດທະ ນາຂັ້ນບ້ານໃຫ້ເກີດດອກອອກຜົນ ເພື່ອເປັນມາດຖານຕົວຈິງອັນໜຶ່ງໃນການແກ້ໄຂຄວາມທຸກຍາກ.

6. ສ້າງສາຍພົວພັນມິດຕະພາບກັບບັນດາອົງການຈັດຕັ້ງແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ; ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊາດໃນການຮ່ວມມື ແລະ ການພັດທະນາ ລວມທັງການສະໜັບສະໜູນຂະບວນການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.

7. ເສີມຂະຫຍາຍມູນເຊື້ອເປັນບ່ອນສ່ອງແສງມານະຈິດ, ຄວາມມຸ່ງມາດປາຖະໜາ, ເປັນທີ່ປຶກສາ, ໃຫ້ຄໍາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ; ເຮັດບົດບາດເປັນຂົວຕໍ່ທີ່ດີລະຫວ່າງມະຫາຊົນກັບພັກ ແລະ ລະ ຫວ່າງປະຊາຊົນກັບລັດ; ຜັນຂະຫຍາຍເນື້ອໃນ 4 ຮ່ວມ ແລະ 4 ການຫັນປ່ຽນໃໝ່ຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ.

ແນວລາວສ້າງຊາດທຸກຂັ້ນ ໄດ້ຢືດຖືຫຼັກການລວມສູນປະຊາທິປະໄຕໃນການເຮັດວຽກ, ມີລະບອບປະຊຸມຄະນະປະຈໍາ, ປະຊຸມສ່ອງແສງອົງການພາຄີເປັນປະຈໍາ, ມີການຮ່ວມສໍາພັນກັບອົງການພາຄີຫຼາຍຂຶ້ນ; ແນວລາວສ້າງຊາດແຕ່ລະຂັ້ນໄດ້ປັບປຸງລະບົບການຈັດຕັ້ງຂອງຕົນໃຫ້ໄປຕາມທິດລວມ ແລະ ແຈ້ງການແນະນໍາສະບັບເລກທີ 34/ຄປຈ, ສນຊ; ຄົ້ນຄວ້າກໍານົດຄໍາຂວັນຂອງແນວລາວສ້າງຊາດຕາມທິດ 4 ເສີມສ້າງ ແລະ ຈັດສໍາມະນາ (ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນນະທໍາ ແລະ ເສີມສ້າງຄຸນວຸດທິ) ໂດຍມອບໃຫ້ກົມທີ່ກ່ຽວຂ້ອງດໍາເນີນການ; ນໍາໃຊ້ອຸປະກອນທັນສະໄໝເຂົ້າໃນວຽກງານປະຈໍາວັນ, ນໍາໃຊ້ລະບົບການຈະລາຈອນເອກະສານທັນສະໄໝ; ກະກຽມສ້າງແຜນການເປີດບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຂອງສູນກາງແນວລາວສ້າງຊາດແຕ່ປີ 2024-2026;

ຄະນະປະຈໍາສູນກາງແນວລາວສ້າງຊາດ ມີຄວາມພະຍາຍາມສູງໃນການຄົ້ນຄວ້າລິເລີ່ມສ້າງການຫັນປ່ຽນໃນວຽກງານແນວໂຮມ ເປັນຕົ້ນແມ່ນການແກ້ໄຂຄວາມຫຍຸ້ງຍາກດ້ານງົບປະມານ ໂດຍໄດ້ຮັບຮອງມະຕິກ່ຽວກັບການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດໃນໄລຍະໃໝ່ ໂດຍເລັ່ງໃສ່ສ້າງໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດກັບກໍາມະການ ແລະ ຄູ່ຮ່ວມງານ; ຊຸກຍູ້ໃຫ້ກໍາມະການທີ່ເປັນນັກທຸລະກິດລົງທຶນພັດທະນາທ້ອງຖິ່ນຕ່າງໆຕາມພາລະບົດບາດຂອງຕົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version