Home ຂ່າວໜ້າໜຶ່ງ ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ບັ້ນສະເຫຼີມສະຫຼອງ 3 ວັນປະຫວັດສາດ

ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ບັ້ນສະເຫຼີມສະຫຼອງ 3 ວັນປະຫວັດສາດ

0

ໃນວັນທີ 6 ສິງຫາ ນີ້ ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ບັ້ນສະເຫຼີມສະຫຼອງ 3 ວັນປະຫວັດສຳຄັນໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ຕາງໜ້າແຕ່ລະພາກສ່ວນໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນໃສ່ບັນດາແຜນການ, ໜ້າວຽກແຕ່ລະຂັ້ນຂອງອະນຸກຳມະການຕ່າງໆເພື່ອໃຫ້ສອດຄອງ, ຄົບຖ້ວນ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວມີເນື້ອໃນເລິກເຊິ່ງ, ມີຮູບການທິີ່ເໝາະສົມ ແລະ ທັນກັບກຳນົດເວລາບົນຈິດໃຈປະຢັດມັດທະຍັດໂດຍຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຕ້ອງປຸກລະດົມທຸກພາກສ່ວນໃນທົ່ວສັງຄົມເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ, ແຂງແຮງໃນຂອບເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງມີການຊີ້ນໍາ-ນໍາພາຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກລະດົມຂະບວນການແຂ່ງຂັນຮັກຊາດພັດທະນາໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງນໍາເອົາເນື້ອໃນກິດຈະກຳໃນການສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວໄປເຜີຍແຜ່ເຊື່ອມຊຶມ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນຂະບວນການຟົດຟື້ນໃນທົ່ວປະເທດ ເຮັດໃຫ້ການກະກຽມສະເຫຼີມສະຫຼອງດັ່ງກ່າວມີເນື້ອໃນເລິກເຊິ່ງ, ທັນກັບກຳນົດເວລາ, ຕ້ອງຊີ້ນໍາ-ນໍາພາຢ່າງແທດເຖິງ, ເລິກເຊິ່ງ, ກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກລະດົມຂະບວນການແຂ່ງຂັນຮັກຊາດພັດທະນາໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ ສ້າງທ່ວງທ່າໃໝ່ໃຫ້ແກ່ການກະກຽມຄວາມພ້ອມດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ຕ້ອງປຸກລະດົມທຸກພາກສ່ວນໃນທົ່ວສັງຄົມເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ.

ຂ່າວ-ພາບ: ໄພນາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version