Home ຂ່າວໜ້າໜຶ່ງ ສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ

ສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ

0

ພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ໄດ້ຈັດຂຶ້ນໃນວັນທີ 6 ສິງຫານີ້ ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ເຂດດົງໂພສີ) ໂດຍການເປັນປະທານຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ, ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະໜອງ ທອງຊະນະ ກ່າວວ່າ: ພິທີສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ຊຶ່ງເປັນງານທີ່ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເລິກເຊິ່ງໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ຊຶ່ງຈັດຂຶ້ນທຸກໆປີໃນໄລຍະວັນທີ 1-7 ເດືອນສິງຫາ ບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ດ້ວຍການຈັດງານ ແລະ ສ້າງຂະ ບວນການຕ່າງໆໃນຫຼາຍຮູບແບບ, ປີ 2024 ອົງກອນພັນທະມິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ໄດ້ເນັ້ນໜັກໃສ່ຫົວຂໍ້ “ການປິດຊ່ອງຫວ່າງ, ສະໜັບສະໜູນການລ້ຽງລູກດ້ວຍນ້ໍານົມແມ່ເພື່ອທຸກຄົນ” ຊຶ່ງໝາຍເຖິງການປິດຊ່ອງຫວ່າງຂໍ້ຫຍຸ້ງຍາກໃນການລ້ຽງລູກດ້ວຍນໍ້ານົມແມ່ ສ້າງຄວາມສະເໝີພາບໃນສັງຄົມ, ທຸກໆຄົນສາມາດເຂົ້າເຖິງການສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ ໂດຍສະເພາະແມ່ທີ່ມີຄວາມສ່ຽງຈະຕ້ອງໄດ້ຮັບການຊ່ວຍເຫຼືອເພີ່ມເຕີມ ຕ້ອງຮັບປະກັນວ່າບໍ່ໃຫ້ມີໃຜຖືກຖີ້ມໄວ້ເບື້ອງຫຼັງ ເພື່ອຫຼຸດຄວາມບໍ່ເທົ່າທຽມ ແລະ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆໄດ້ ແລະ ຕ້ອງການໃຫ້ສັງຄົມຮັບຮູ້ຄວາມສໍາຄັນ ແລະ ຄວາມຕ້ອງການໃຫ້ການສະໜັບສະໜູນ ຂອງບັນດາແມ່ຍິງທີ່ກຳລັງລ້ຽງລູກດ້ວຍນໍ້ານົມແມ່ ການສະໜັບສະໜູນປະກອບມີ: ລະບົບສາທາລະນະສຸກທີ່ເປັນມິດກັບແມ່ຍິງ ແລະ ການລ້ຽງລູກດ້ວຍນົມແມ່ເຄົາລົບຄວາມເປັນເອກະລາດຂອງແມ່ຍິງ ແລະ ສິດຂອງພວກເຂົາໃນການໃຫ້ນົມລູກໄດ້ທຸກເວລາ ແລະ ທຸກແຫ່ງຫົນ ສິດການພັກເກີດລູກ ແລະ ບ່ອນເຮັດວຽກ ມີຜູ້ຊ່ຽວຊານດ້ານສຸຂະພາບທີ່ໄດ້ຮັບການຝຶກອົບຮົມ ທີ່ສາມາດສະໜອງການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ທີ່ເປັນປະ ໂຫຍດ ຢຸດຕິການລະເມີດດ້ານການຕະຫຼາດຂອງບັນດາຜະລິດຕະພັນທົດແທນນົມແມ່ໃນທຸກຮູບແບບການສະໜັບສະໜູນຂອງຊຸມຊົນ ການລ້ຽງລູກດ້ວຍນໍ້ານົມແມ່ຍັງຄົງເປັນມາດຕະການໂພຊະນາການທີ່ເປັນບຸລິມະສິດທີໜຶ່ງ ເພາະເປັນປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ, ການລ້ຽງລູກດ້ວຍນໍ້ານົມແມ່ຊ່ວຍປະຢັດເສດຖະກິດຂອງຄອບຄົວ ແລະ ເສດຖະກິດຂອງຊາດ ເພາະນໍ້ານົມແມ່ ແມ່ນຖືກຜະລິດຕາມທຳມະຊາດໂດຍແມ່ເອງ ບໍ່ໄດ້ເສຍເງິນຊື້, ການລ້ຽງລູກດ້ວຍນໍ້ານົມແມ່ຍັງຊ່ວຍຮັກສາສະພາບແວດລ້ອມຂອງໂລກ ບໍ່ມີເສດຂີ້ເຫຍື້ອ ບໍ່ເພີ່ມອຸນຫະພູມໃຫ້ໂລກຮ້ອນຂຶ້ນ ເພາະການຜະລິດນໍ້ານົມແມ່ປຽບເໝືອນໂຮງງານຜະລິດນໍ້ານົມແບບທຳມະຊາດຈາກຜູ້ເປັນແມ່ເອງ ບໍ່ໄດ້ໃຊ້ພະລັງງານໄຟຟ້າຄືກັບໂຮງຈັກ-ໂຮງງານ.

ທ່ານ ສະໜອງ ທອງຊະນະ ກ່າວຕື່ມວ່າ: ພ້ອມດຽວກັນວັນໂພຊະນາການແຫ່ງຊາດ ກໍເປັນອີກວັນໜຶ່ງທີ່ມີຄວາມໝາຍຢ່າງກວ້າງຂວາງ, ໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂພຊະນາການແມ່ນມີບົດບາດສໍາຄັນຫຼາຍເນື່ອງຈາກວ່າຕົວຊີ້ວັດດ້ານໂພຊະນາການເປັນສິ່ງທີ່ບົ່ງບອກສະຖານະພາບຂອງການພັດທະ ນາເສດຖະກິດ-ສັງຄົມຂອງຊາດ, ໃນວັນທີ 31 ກໍລະກົດ 2013 ໄດ້ມີການແຕ່ງຕັ້ງຄະນະກຳມະການແຫ່ງຊາດດ້ານໂພ ຊະນາການຂຶ້ນເປັນຄັ້ງທໍາອິດທີ່ມີຫຼາຍກະຊວງເຊັ່ນ: ກະຊວງສາທາລະນາສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງອື່ນໆ ເປົ້າ ໝາຍເພື່ອແກ້ໄຂ ບັນຫາໂພຊະນາການທີ່ຖືເອົາ 22 ມາດຕະການໂພຊະນາການເປັນບຸລິມະສິດທີ່ສໍາຄັນໃນການວາງແຜນ ແລະ ຈັດຕັ້ງປະຕິບັດໃນການຕອບໂຕ້ກັບສະພາບການຂາດສານອາຫານໃນ ສປປ ລາວ. ສະນັ້ນ, ເພື່ອສືບຕໍ່ສົ່ງເສີມໃຫ້ເຫັນໄດ້ຄວາມສໍາຄັນອັນເປັນບຸລິມະສິດແກ່ວຽກງານໂພຊະນາການໃຫ້ເປັນຮູບປະທໍາຢ່າງແທ້ຈິງ ການນໍາຈຶ່ງໄດ້ກຳນົດເອົາວັນທີ 31 ກໍລະກົດຂອງທຸກປີ ເປັນວັນໂພຊະນາການແຫ່ງຊາດ ແລະ ຈັດການສະເຫຼີມສະຫຼອງຢ່າງເປັນທາງການເພື່ອຍົກສູງຈິດສໍານຶກວຽກງານໂພຊະນາການໃຫ້ກວ້າງຂວາງຕໍ່ໆໄປ.

ຂ່າວ-ພາບ: ບຸນອູ້ມ + ບຸນຕອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version