Home ຂ່າວການເມືອງ ແນວລາວສ້າງຊາດ ນຳຂະບວນການປະຕິວັດຊາດ

ແນວລາວສ້າງຊາດ ນຳຂະບວນການປະຕິວັດຊາດ

0

13 ສິງຫາ 1950 ແມ່ນວັນສ້າງຕັ້ງແນວລາວສ້າງຊາດ ໃນປີນີ້ໄດ້ໝູນວຽນມາຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດກຳເນີດພ້ອມກັບຂະບວນການປະຕິ ວັດ ເປັນວັນທີ່ບັນດາທ່ານຜູ້ນຳແນວລາວອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ກໍຄືນັກຮົບປະຕິວັດ ແລະ ປະຊາຊົນລາວ ບັນດາເຜົ່າໄດ້ເສຍສະຫລະທຸກສິ່ງທຸກຢ່າງເພື່ອຍາດເອົາປະເທດຊາດ ແລະ ຄວາມເປັນອິດສະຫລະພາບມາໃຫ້ປວງຊົນລາວທັງຊາດຢ່າງແທ້ຈິງ.

ໃນຕົ້ນສະຕະວັດທີ 19 ປະເທດລາວໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ ໂດຍບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ພວກລ່າເມືອງຂຶ້ນ, ປະຊາຊົນບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງເນື່ອງນິດລຽນຕິດ ເຊັ່ນ: ຂະບວນການຕໍ່ສູ້ຂອງພໍ່ກະດວດ (ປີ 1901-1902), ອົງແກ້ວ- ອົງກົມມະດຳ (ປີ 1902-1937), ເຈົ້າຟ້າປັດໄຈ (ປີ 1918- 1922) ແລະ ຂະບວນການຕໍ່ສູ້ອື່ນໆ ແຕ່ຂະບວນການຕໍ່ສູ້ດັ່ງກ່າວລ້ວນແລ້ວແຕ່ຖືກປາບປາມຍ້ອນຫລາຍສາເຫດ; ໃນນັ້ນ, ອັນຕົ້ນຕໍຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ (ບໍ່ທັນມີພັກນໍາພາຢ່າງຖືກຕ້ອງ), ຂະບວນການຕໍ່ສູ້ຕ່າງໆນັ້ນດໍາເນີນໄປແບບກະແຈກກະຈາຍເກີດຢູ່ທ້ອງຖິ່ນໃຜມັນ, ຂາດການບັນຊາລວມສູນ, ບໍ່ມີການປະສານສົມທົບໃນຂອບເຂດທົ່ວປະເທດ, ບໍ່ສາມາດເຕົ້າໂຮມກໍາລັງ ແລະ ເສີມຂະຫຍາຍກໍາລັງແຮງສັງລວມຂອງໝົດທັງຊາດຊຶ່ງສະແດງເຖິງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຍັງບໍ່ທັນແໜ້ນແຟ້ນ ແລະ ເປັນອັນໜຶ່ງອັນດຽວ; ໝາຍຄວາມວ່າວັນເວລານັ້ນບໍ່ທັນມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງ.

ປີ 1930, ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍການດຳເນີນການປະຕິວັດຢູ່ ອິນດູຈີນ ໂດຍເຫັນແຈ້ງບົດບາດ ແລະ ໃຫ້ຄວາມສຳຄັນວຽກງານແນວໂຮມ, ປີ 1934 ອົງຄະນະພັກ ແຄວ້ນລາວໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວທຳອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ; ວັນທີ 1 ທັນວາ 1941 ຄະນະບໍລິຫານງານສູນກາງພັກອິນດູຈີນ ໄດ້ມີຄໍາສັ່ງໃຫ້ສ້າງຕັ້ງສໍາພັນທະມິດ ອ້າຍລາວເອກະລາດ, ຄໍາສັ່ງໄດ້ເວົ້າແຈ້ງວ່າ: ສໍາພັນທະມິດອ້າຍລາວ ເອກະລາດແມ່ນຮູບການແນວ ໂຮມຕ້ານຈັກກະພັດຜູ້ຮຸກຮານຂອຄົນລາວ; ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ມີຊາວນາເປັນກໍາລັງພື້ນຖານຂອງການປະຕິວັດ. ສະນັ້ນ, ຂະບວນການຕໍ່ສູ້ລະເບີດຂຶ້ນຢູ່ຕົວເມືອງກ້າວໄປສູ່ຢຶດອໍານາດ 23 ສິງຫາ 1945 ແລະ ປະກາດເອກະລາດ 12 ຕຸລາ 1945. ປະຕິບັດທິດຊີ້ນໍາຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນປີ 1950; ແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຂະຫຍາຍຕົວເປັນແຕ່ລະໄລຍະ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version