Home ຂ່າວໜ້າໜຶ່ງ ຫາລືການສ້າງນິຕິກຳລຸ່ມກົດໝາຍສື່ມວນຊົນ ມາດຕາ 36 ແລະ ມາດຕາ 37

ຫາລືການສ້າງນິຕິກຳລຸ່ມກົດໝາຍສື່ມວນຊົນ ມາດຕາ 36 ແລະ ມາດຕາ 37

0

ກອງປະຊຸມສ້າງນິຕິກຳລຸ່ມກົດໝາຍສື່ມວນຊົນ ມາດຕາ 36 ແລະ ມາດຕາ 37 (ຂໍ້ຕົກລົງວ່າດ້ວຍນັກວິຊາການດ້ານສື່ມວນຊົນ ແລະ ຄູ່ຮ່ວມງານ) ໃນກົດໝາຍສື່ມວນຊົນ ຈັດຂຶ້ນໃນວັນທີ 5 ສິງຫາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີບັນດາຫົວໜ້າກົມ ແລະ ແຂກຖືກເຊີນອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມສະຫວາດ ພົງສາ ໄດ້ກ່າວວ່າ: ການສ້າງນິຕິກຳລຸ່ມກົດໝາຍ ສື່ມວນຊົນ ມາດຕາ 36 ແລະ ມາດຕາ 37 (ຂໍ້ຕົກລົງວ່າດ້ວຍ ນັກວິຊາການ ດ້ານສື່ມວນຊົນ ແລະ ຄູ່ຮ່ວມງານ) ໃນ 8 ໝວດ 24 ມາດຕາ ໂດຍອີງຕາມ ກົດໝາຍວ່າດ້ວຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016, ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 95/ນຍ, ລົງວັນທີ 09 ມີນາ 2017 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດການັກວິຊາການດ້ານສື່ມວນຊົນ ແລະ ຜູ້ຮ່ວມງານເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບຂອງສື່ມວນຊົນ ໃຫ້ກ້າວໜ້າ ແລະ ທັນສະໄໝ ພ້ອມທັງເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ແນໃສ່ຮັບປະກັນ ການປະຕິບັດສິດເສລີພາບ ດ້ານສື່ມວນຊົນ ຂອງພົນລະເມືອງລາວ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພ້ອມນີ້, ນັກວິຊາການ ດ້ານສື່ມວນຊົນ ຕ້ອງເປັນຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການດ້ານສື່ມວນຊົນ ຂະແໜງຕ່າງໆ ທີ່ປະຕິບັດງານ ໃນອົງການສື່ມວນຊົນ ເພື່ອຮັບໃຊ້ການສ້າງຜະລິດຕະພັນສື່ມວນຊົນ. ສຳລັບວິຊາການດ້ານສື່ມວນຊົນ ປະກອບມີ: ນັກວິຊາການເນື້ອໃນ, ນັກວິຊາການເຕັກນິກ ແລະ ນັກວິຊາການບໍລິຫານ. ສ່ວນດ້ານຜູ້ຮ່ວມງານແມ່ນ ບຸກຄົນ ບໍ່ສັງກັດອົງການສື່ມວນຊົນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການດ້ານສື່ມວນຊົນ ໃນການສະໜອງຂ່າວ, ບົດ, ຮູບນິ້ງ, ຮູບເໜັງຕີງ, ລາຍການວິທະຍຸ, ລາຍການໂທລະພາບ ຫລື ຂໍ້ມູນຂ່າວສານປະເພດຕ່າງໆ ໃຫ້ອົງການສື່ມວນຊົນ ຕາມສັນຍາ ພ້ອມທັງໄດ້ຮັບຄ່າແຮງງານ ແລະ ນະໂຍບາຍຕ່າງໆ ຈາກອົງການສື່ມວນຊົນ ແລະ ການຈັດຕັ້ງກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານບັນດາຂໍ້ກຳນົດ ນິຕິກຳລຸ່ມກົດໝາຍ ສື່ມວນຊົນ ມາດຕາ 36 ແລະ ມາດຕາ 37 (ຂໍ້ຕົກລົງວ່າດ້ວຍນັກວິຊາການ ດ້ານສື່ມວນຊົນ ແລະ ຄູ່ຮ່ວມງານ) ພ້ອມທັງປະກອບຄຳຄິດເຫັນໃສ່ ໃນບົດກົດໝາຍດັ່ງກ່າວ ໃນ 8 ໝວດ 24 ມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນຊັດເຈນຂຶ້ນ ໃນການຈັດຕັ້ງປະຕິບັດ ວຽກງານສື່ມວນຊົນ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version