Home ຂ່າວຕ່າງປະເທດ ສ ເກົາຫຼີ ສົ່ງອອກກິມຈິ ບັນລຸ 83 ລ້ານໂດລາ

ສ ເກົາຫຼີ ສົ່ງອອກກິມຈິ ບັນລຸ 83 ລ້ານໂດລາ

0

ຂ່າວສານຫວຽດນາມລາຍງານວ່າ: ຕາມຂໍ້ມູນທີ່ຫາກໍປະກາດເປັນທາງການເມື່ອບໍ່ດົນມານີ້, ການສົ່ງອອກ ກິມຈິ (ຜັກກາດດອງ) ຂອງ ສ ເກົາຫຼີ ບັນລຸລະດັບສູງສຸດໃນເຄິ່ງທໍາອິດຂອງປີນີ້, ຍ້ອນຄວາມນິຍົມອາຫານເກົາຫຼີ ທີ່ເພີ່ມຂຶ້ນໃນທົ່ວໂລກ, ໂດຍສະເພາະໃນອາເມຣິກາເໜືອ ແລະ ເອີຣົບ, ອີງຕາມຂໍ້ມູນຢ່າງເປັນທາງການທີ່ປະກາດ.

ຂ່າວລະບຸວ່າ: ອີງຕາມຂໍ້ມູນຂອງອົງການພາສີ ສ ເກົາຫຼີ ແລະ ບໍລິສັດການຄ້າກະສິກຳ, ການປະມົງ ແລະ ສະບຽງອາຫານ ຂອງ ສ ເກົາຫຼີ ໃຫ້ຮູ້ວ່າ: ກິມຈິ, ອາຫານພື້ນເມືອງຂອງ ສ ເກົາຫຼີ ການສົ່ງອອກບັນລຸ 23.900 ໂຕນ ໃນ 6 ເດືອນຕົ້ນປີນີ້, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການສົ່ງອອກ ກິມຈິ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ 10 ປີຜ່ານມາ, ຈາກ 11.500 ໂຕນໃນປີ 2015 ແລະ 11.900 ໂຕນໃນປີ 2016 ເປັນ 20.300 ໂຕນໃນປີ 2020 ແລະ 22.200 ໂຕນ ໃນປີ 2022.ມູນຄ່າການສົ່ງອອກ ກິມຈິ ບັນລຸ 83,8 ລ້ານໂດລາ ໃນເຄິ່ງທຳອິດຂອງປີນີ້.

ການສົ່ງອອກ ກິມຈິ ໄປ ອາເມຣິກາ ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂຶ້ນເປັນ 6.600 ໂຕນ ໃນໄລຍະ 6 ເດືອນຕົ້ນປີ, ໃນຂະນະທີ່ການສົ່ງອອກໄປ ການາດາ ໄດ້ເພີ່ມຂຶ້ນ 34% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຂຶ້ນເປັນ 900 ໂຕນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version