Home ຂ່າວການເມືອງ ລາວ-ຫວຽດນາມ ຮ່ວມມືສະກັດກັ້ນ-ຕ້ານອາຊະຍາກໍາ ແລະ ຕ້ານຢາເສບຕິດ

ລາວ-ຫວຽດນາມ ຮ່ວມມືສະກັດກັ້ນ-ຕ້ານອາຊະຍາກໍາ ແລະ ຕ້ານຢາເສບຕິດ

0

ກອງປະຊຸມຮ່ວມມືສະກັດກັ້ນ-ຕ້ານອາຊະຍາກໍາ, ຮັກສາຄວາມເປັນບະບຽບຮຽບຮ້ອຍທາງສັງຄົມ ແລະ ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ທັນວາ 2025 ຜ່ານມາ ຢູ່ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ທ່ານ ພົນໂທ ຫງວຽນ ວັນ ລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ມີຕາງໜ້າຫ້ອງວ່າການກະ ຊວງ, ກົມໃຫຍ່ຕໍາຫລວດ, ກອງບັນຊາການ ປກສ 10 ແຂວງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດ ນາມ, ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດຕາມບົດບັນທຶກຂອງ ກອງປະຊຸມຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ ລະຫວ່າງ ກໍາລັງຕຳຫລວດ ກະຊວງ ປກສ ລາວ ແລະ ກໍາລັງຕຳຫລວດ ກະຊວງ ປກສ ສສ ຫວຽດນາມ ຄັ້ງທີ 13 ກໍຄື ການຮ່ວມມືໃນໄລຍະຜ່ານມາ ເພື່ອເຫັນໄດ້ດ້ານດີ-ຜົນງານທີ່ຄວນຊຸກຍູ້ສົ່ງເສີມ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ບົນພື້ນຖານດັ່ງກ່າວຈະໄດ້ພ້ອມກັນ ກຳນົດທິດທາງແຜນການຮ່ວມມືໃນຂົງເຂດວຽກງານວິຊາສະເພາະຕໍາຫລວດ ຂອງສອງປະເທດ.

ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສໍາຄັນ ໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອ; ສັງຄົມ ທີ່ຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍປະການ ໂດຍສະເພາະ ການລັກລອບຄ້າຂາຍຢາເສບຕິດ, ຄ້າມະນຸດ, ປຸ້ນຊັບ-ຊີງຊັບ, ລັກຊັບ, ການກະທໍາຜິດທາງຄອມພີວເຕີ (ອາຊະຍາກຳທາງໄຊເບີ) ແລະ ການເຄື່ອນໄຫວກະທໍາຜິດທາງອາຍາອື່ນໆ, ບັນດາກຸ່ມແກ້ງເຄື່ອນໄຫວທຸລະກິດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການໄລ່ຊອກ-ໄລ່ຈັບຜູ້ກະທຳຜິດທີ່ເອົາຕົວລົບໜີ, ພວກກໍອາຊະຍາກຳເຫລົ່ານີ້ ໄດ້ມີເລລ່ຽມວິທີການເຄື່ອນໄຫວທີ່ເລິກແລບແນບນຽນກວ່າເກົ່າ, ເປັນກຸ່ມແກ້ງມີເຄືອຄ່າຍ, ມີການຈັດຕັ້ງຂ້າມຊາດ, ນໍາໃຊ້ເຕັກນິກທັນສະໄໝ ແລະ ຄວາມຮຸນແຮງເຂົ້າໃນການກະທໍາຜິດ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຮຽກຮ້ອງໃຫ້ສອງກໍາລັງຕຳ ຫລວດມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປຶກສາຫາລື ຊອກຫາວິທີການ ແລະ ມາດຕະການແກ້ໄຂຢ່າງມີປະສິດຕິຜົນ.

ໂອກາດນີ້, ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຍັງເຊື່ອໝັ້ນວ່າ ບັນດາເນື້ອໃນທີ່ນໍາ ມາຄົ້ນຄວ້າປຶກສາຫາລື ແລກປ່ຽນເຊິ່ງກັນ ແລະ ກັນໃນຄັ້ງນີ້, ຈະກ້າວໄປສູ່ຄວາມເປັນເອກະພາບ ແລະ ເປັນພື້ນຖານໃຫ້ແກ່ກໍາລັງຕຳຫລວດ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຂອງສອງປະເທດໃນການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານວຽກງານສະກັດກັ້ນ-ຕ້ານອາຊະຍາກຳຢູ່ສອງປະເທດ ພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version