Home ຂ່າວການເມືອງ ຫົວໜ້າ ຄຕພ ຕ້ອນຮັບທູດຍີ່ປຸ່ນຄົນໃໝ່

ຫົວໜ້າ ຄຕພ ຕ້ອນຮັບທູດຍີ່ປຸ່ນຄົນໃໝ່

0

ທ່ານ ທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານໂຄອິຊຶມິ ຊຶໂຕມຸ (TsutomuKoizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນປະຈໍາ ສປປ ລາວ ຄົນໃໝ່ໃນວັນທີ 29 ກໍລະກົດ ນີ້ທີ່ ຄຕພ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະຣາຊະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ເຊື່ອໝັ້ນວ່າການມາປະຕິບັດໜ້າທີ່ຂອງທ່ານທູດ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ພັກ-ລັດລາວ ໃຫ້ທ່ານທູດຊາບ ໂດຍສະເພາະຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XIຂອງພັກ ປປ ລາວ,ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃນໄລຍະຜ່ານມາ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ໂດຍສະເພາະ ໃນປີ 2025 ນີ້ແມ່ນມີເຫດການສໍາຄັນຂອງ ສອງປະເທດ ໃນໂອກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ; ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນແກ່ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ(ODA), ການພັດທະນາຊັບພະ ຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ, ລວມທັງການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.ຍິນດີຈະຮ່ວມກັບທ່ານທູດຍີ່ປຸ່ນ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ບັນດາພັກການເມືອງໃນຍີ່ປຸ່ນ,ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ, ລວມທັງບັນດາສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ເພື່ອການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວໃໝ່ໃນຕໍ່ໜ້າ.

ພ້ອມນີ້, ຍັງໄດ້ແຈ້ງໃຫ້ທ່ານທູດ ຊາບໂດຍຫຍໍ້ກ່ຽວກັບພາລະບົດບາດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນການເປັນເສນາທິການໃຫ້ສູນກາງພັກໃນວຽກ ງານຕ່າງປະເທດຂອງພັກ ແລະ ການທູດປະຊາຊົນຂອງພັກ.

ໃນໂອກາດດັ່ງກ່າວ, ທ່ານໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງສະຫວັນ ພົມວິຫານ ກໍຄືການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ ໃຫ້ຊາບ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວ ພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານຢູ່ ສປປ ລາວ ເພື່ອສືບຕໍ່ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສປປ ລາວ-ຍີ່ປຸ່ນ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ່າວ-ພາບ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version