Home ຂ່າວໜ້າໜຶ່ງ ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ...

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ

0

ໃນວັນທີ 29 ກໍລະກົດ 2024, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດ ຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ແກ່ ສະຫາຍ ເອກອັກຄະລັດ ຖະທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ.

ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ສະຫາຍ ເອກອັກຄະລັດ ຖະທູດ ຫງວຽນ ບ໋າ ຮຸ່ງ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢ່າງສົມກຽດຂອງສະຫາຍ ຢູ່ ສປປ ລາວ ຕະຫຼອດໄລຍະ 7 ປີ 7 ເດືອນ (ນັບແຕ່ເດືອນທັນວາ 2016 ເປັນຕົ້ນ ມາ) ດ້ວຍຜົນສໍາເລັດອັນຈົບງາມ, ຊຶ່ງສະຫາຍແມ່ນໜຶ່ງໃນຈຳ ນວນບັນດາທູດທີ່ປະຕິບັດໜ້າທີ່ດົນທີ່ສຸດຢູ່ ສປປ ລາວ, ສິ່ງດັ່ງກ່າວຍັງເປັນການສະແດງເຖິງການຕີລາຄາສູງ ແລະ ຄວາມໄວ້ ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ- ຫວຽດນາມ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດໃຈ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ຕໍ່ການຈາກໄປຂອງສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຊຶ່ງເປັນການສູນເສຍຜູ້ນໍາປະຕິວັດ, ອົງອາດກ້າແກ່ນ ແລະ ແສນເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ທັງສະແດງຄວາມເຊື່ອ ໝັ້ນຢ່າງຍິ່ງ ແລະ ຫວັງວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ ຈະສາມາດຜ່ານຜ່າຄວາມໂສກເສົ້າຄັ້ງນີ້ໂດຍໄວ ແລະ ຈະຫັນເອົາຄວາມໂສກເສົ້ານີ້ກາຍເປັນເຫງົ້າພະລັງທີ່ໜັກແໜ້ນເພື່ອທ້ອນໂຮມຄວາມສາມັກຄີທົ່ວປວງຊົນ ເພື່ອສືບ ຕໍ່ສ້າງສາພັດທະນາປະເທດຫວຽດນາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ ລະຫວ່າງສອງປະເທດ ໂດຍຜ່ານຫຼາຍກິດຈະກໍາການຮ່ວມມື ເປັນຕົ້ນ: ການສະ ເຫຼີມສະຫຼອງປີສາມັກຄີິມິດຕະພາບ ລາວ-ຫວຽດນາມ ສອງຄັ້ງຜ່ານມາ ທີ່ຈັດຂຶ້ນໃນປີ 2017 ແລະ ປີ 2022 ຜ່ານມາ,ການປະກອບສ່ວນຊຸກຍູ້ການຢ້ຽມຢາມຂອງການນໍາຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ, ຊຸກຍູ້ນັກທ່ອງທ່ຽວຫວຽດນາມເຂົ້າມາທ່ອງ ທ່ຽວ ຢູ່ ສປປ ລາວ ແລະ ຂົນຂວາຍນັກທຸລະກິດຫວຽດນາມ ໂດຍສະເພາະກຸ່ມບໍລິສັດທີ່ມີທ່າແຮງຂອງຫວຽດນາມ ເຂົ້າມາລົງທຶນ ຢູ່ ລາວ ເຊັ່ນ: ກຸ່ມບໍລິສັດວິນກຣຸບ ມາເປີດການບໍລິການລົດແທັກຊີ້ສີຂຽວ, ກຸ່ມບໍລິສັດໂຊວີໂກ້ ເປີດຖ້ຽວບິນນະຄອນ ຫຼວງວຽງຈັນ-ນະຄອນໂຮ່ຈີມິນ ແລະ ອື່ນໆ; ອັນທີ່ສຳຄັນ ແລະ ພົ້ນເດັ່ນ, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ຍັງໄດ້ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການທີ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມອບໃຫ້ເປັນຂອງຂວັນແກ່ ສປປລາວ ໄດ້ສຳເລັດ ແລະ ມອບ-ຮັບໂຄງການຢ່າງເປັນທາງການ ເຊັ່ນ: ຫໍສະພາແຫ່ງຊາດລາວ, ໂຮງຮຽນມັດທະຍົມວິຊາຊີບຕົວແບບ ທີ່ແຂວງຄຳມ່ວນ, ໂຮງໝໍມິດຕະພາບຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ, ສະໜາມບິນໜອງຄ້າງທີ່ແຂວງຫົວພັນ ແລະ ອື່ນໆ. ພິເສດ, ໃນໄລຍະທີ່ເກີດສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ຍັງເປັນຂົວຕໍ່ທີ່ສຳຄັນເຂົ້າໃນການຊຸກຍູ້ການ ຊ່ວຍເຫຼືອອັນລໍ້າຄ່າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະ ບານລາວ ໂດຍສະເພາະການຈັດສົ່ງທີມແພດຊ່ຽວຊານ, ການສະ ໜອງຢາວັກຊີນ, ໜ້າກາກອະນາໄມ ແລະ ອຸປະກອນການແພດທີ່ຈຳເປັນ ເພື່ອສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ແຕ່ສູນກາງ ຮອດທ້ອງຖິ່ນ.ພ້ອມກັນນັ້ນ, ສະຫາຍ ເອກອັກຄະ ລັດຖະທູດ ຫງວຽນ ບ໋າ ຮຸ່ງ ຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ. ສະຫາຍ ເອກອັກຄະ ລັດຖະທູດ ຫງວຽນ ບ໋າ ຮຸ່ງ ເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນການຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍ່ຄືການຜັນຂະຫຍາຍຜົນຂອງກອງປະຊຸມແຕ່ລະປີ ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງຂຶ້ນ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃນການແບ່ງເບົາຄວາມທຸກໂສກຕໍ່ການສູນເສຍ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ,ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ, ລວມເຖິງການປະດັບຫຼຽນໄຊອິດສະຫຼະ ຊັ້ນ III ອັນຊົງກຽດ ແລະ ມີຄວາມໝາຍສໍາຄັນນີ້ໃຫ້ແກ່ຕົນ, ຊຶ່ງຈະເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນ ໃນການຊຸກຍູ້ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ແລະ ສວຍສົດງົດງາມຍິ່ງໆຂຶ້ນຕະຫຼອດກາລະນານ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version