Home ຂ່າວພາຍໃນ ສອງກະຊວງຮ່ວມກັນປຶກສາຫາລືກ່ຽວກັບໂຄງປະກອບລາຄາສິນຄ້າ

ສອງກະຊວງຮ່ວມກັນປຶກສາຫາລືກ່ຽວກັບໂຄງປະກອບລາຄາສິນຄ້າ

0

ວັນທີ​ 29​ ກໍລະກົດ​ 2024​, ທີ່ຫ້ອງປະຊຸມກະຊວງອຸດສາ ຫະກໍາແລະການຄ້າ ໄດ້ຈັດກອງປະຊຸມ​ປຶກສາຫາລື​ ແລະ​ ເຮັດ ວຽກຮ່ວມກັນຂອງ 2 ກະຊວງ ຄື: ກະຊວງອຸດສາຫະກໍາແລະການຄ້າ​ ແລະ ກະຊວງກະສິກໍາແລະປ່າໄມ້​ ໂດຍການເປັນປະທານຮ່ວມ​ຂຂອງ ທ່ານ​ ລິນຄໍາ​ ດວງສະຫວັນ​ ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້​ ແລະ​ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງອຸດສາຫະກໍາແລະການຄ້າ.

​ຈຸດປະສົງຂອງການປຶກສາຫາລືຄັ້ງນີ້ ແມ່ນປຶກສາຫາລືກ່ຽວ ກັບບັນຫາໂຄງປະກອບລາຄາສິນຄ້າ ໂດຍສະເພາະ ຫມູ​ ແລະ​ ເຂົ້າ​ ແລະ​ ການກຳນົດມາດຕະການຈໍາກັດສິນຄ້າທີ່ນໍາເຂົ້າຈາກຕ່າງປະ ເທດ ເພື່ອນໃສ່ແກ້ໄຂບັນຫາເສດຖະກິດຂອງປະເທດໃຫ້ນັບມື້ດີຂຶ້ນ.

#ວສລ

ຂໍ້ມູນ: ຂ່າວສານກະຊວງກະສິກຳ ແລະ ປ່າໄມ້

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version