Home ຂ່າວກິລາ ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ປິດລົງຢ່າງເປັນທາງການ

ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ປິດລົງຢ່າງເປັນທາງການ

0

ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ປີ 2024 ໄດ້ມີພິທີປິດລົງຢ່າງເປັນທາງການ ໃນຕອງແລງວັນທີ 6 ກໍລະກົດ 2024 ທີ່ເມືອງສຸລາບາຢາ-ມາລັງ ແຂວງຈາວາຕາເວັນອອກ (Java East) ປະເທດອິນໂດເນເຊຍ ພາຍຫຼັງໄດ້ເປີດງານແຂ່ງຂັນໃນວັນທີ 25 ມິຖຸນາ 2024 ຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອິບູ ຊູຮາທີ (Ibu Suharti) ເລຂາທິການໃຫຍ່ກະຊວງສຶກສາ, ວັດທະນະທຳ, ຄົ້ນຄວ້າ ແລະ ເຕັກໂນໂລຊີ ປະເທດອິນໂດເນເຊຍ, ພ້ອມດ້ວຍປະທານສະພາກິລາມະຫາວິທະຍາໄລອາຊຽນ (AUSC), ບັນດາການນຳຂັ້ນສູງພັກ-ລັດ, ຄະນະນຳ, ຄູຝຶກ ແລະ ນັກກິລາຈາກມະຫາວິທະຍາໄລຂອງປະເທດເຈົ້າພາບ ແລະ ປະເທດອາຊຽນເຂົ້າຮ່ວມ ຊຶ່ງ ສປປ ລາວ ໂດຍມີທ່ານ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ໃນພິທີ, ທ່ານ ນາງ ອິບູ ຊູຮາທີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະກຳມະການກິລາມະຫາວິທະຍາໄລອາຊຽນ ທີ່ໃຫ້ຄວາມເຊື່ອໝັ້ນຕໍ່ອິນໂດເນເຊຍໃນຖານະເປັນເຈົ້າພາບຈັດ AUG ຄັ້ງທີ 5 ຊຶ່ງດ້ວຍການຮ່ວມມືຂອງທຸກພາກສ່ວນທີ່ມີຄວາມສາມັກຄີ, ເຮັດວຽກຮ່ວມກັນ ລວມທັງ 9 ມະຫາວິທະຍາໄລໃນເມືອງຊູຣາບາຢາ ແລະ ເມືອງມາລັງ ທີ່ສໍາເລັດໄປດ້ວຍດີ.

ທ່ານ ນາງ ອິບູ ຊູຮາທີ ຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດອາຊຽນ ທີ່ໄດ້ເຂົ້າຮ່ວມງານກິລານັກຮຽນທີ່ມີຊື່ສຽງຄັ້ງນີ້ ຊຶ່ງການມີສ່ວນຮ່ວມພິເສດຂອງນັກກິລາ, ຄູຝຶກສອນ ແລະ ເຈົ້າໜ້າທີ່ເຮັດໃຫ້ AUG ມີສີສັນ ແລະ ແນ່ນອນວ່າມີການແຂ່ງຂັນຫຼາຍຂຶ້ນ. ໃນຖານະຜູ້ຈັດງານ, ພວກເຮົາປະສົບຜົນສໍາເລັດທັງໝົດໃນການຈັດງານນີ້, ຜົນໄດ້ຮັບແມ່ນໄດ້ຮັບການຍອມຮັບຈາກ AUSC.

ງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ໄດ້ມີການຊີງໄຊກັນທັງໝົດ 250 ຫຼຽນຄໍາ ໃນ 21 ປະເພດກິລາ ປະກອບມີ: ກິລາຟຸດຊໍ, ເປຕັງ, ບານສົ່ງ, ເທັນນິດ, ລອຍນ້ຳ, ກິລາປີນພູ, ບ້ວງ 3×3, ຢູໂດ, ບານມື, ວູຊູ, ບຣິດ, ໝາກເສິກ, ແລ່ນ-ລານ, ບານບ້ວງ, ດອກປີກໄກ່, ຍິງທະນູ, ບານສົ່ງຫາດຊາຍ, ກະຕໍ້, ເທຄວັນໂດ, ປັນຈັກຊີລັດ ແລະ ຄາຣາເຕ ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ໃນ 2 ເມືອງ ຄື: ເມືອງຊູຣາບາຢາ ແລະ ເມືອງມາລັງ ແຂວງຈາວາຕາເວັນອອກ (Java East) ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University. ງານກິລາລະຫວ່າງມະຫາວິທະຍາໄລອາຊຽນຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກ 10 ປະຊາດອາຊຽນ ຄື: ອິນໂດເນເຊຍ, ມາເລເຊຍ, ລາວ, ມຽນມາ, ຫວຽດນາມ, ບຣູໄນ ດາຣູຊາລາມ, ໄທ, ສິງກະໂປ, ກຳປູເຈຍ, ຟີລິບປິນ ແລະ 1 ຕີມໍ ເລັດສະເຕ ປະມານ 4.000 ຫາ 5.000 ຄົນ (ນັກກິລາ, ຄູຝຶກ, ເຈົ້າໜ້າທີ່, ຜູ້ສະໜັບສະໜູນ ແລະ ອື່ນໆ).

ສໍາລັບທີມນັກກິລາ ມະຫາວິທະຍາໄລລາວ ສາມາດຍາດມາໄດ້ແລ້ວ 3 ຫຼຽນຄໍາ ຈາກກິລາເປຕັງ ລາຍການຊຸດຕິງຊາຍ, ຄູ່ຊາຍ ແລະ ຄູ່ປະສົມ ຊາຍ 1 ຍິງ 1; 2 ຫຼຽນເງິນ ຈາກກິລາເປຕັງ ລາຍການທີມຊຸດຍິງ ແລະ ຄູ່ຍິງ ແລະ 6 ຫຼຽນທອງຈາກກິລາເປຕັງ ລາຍການດ່ຽວຍິງ, ດ່ຽວຊາຍ, ທີມປະສົມ ຊາຍ 1 ຍິງ 2, ຊາຍ 2 ຍິງ 1, ກິລາແລ່ນ-ລານ ລາຍການເຕັ້ນຍາວ ແລະ ປັນຈັກຊີລັດ ລາຍການຕໍ່ສູ້ຊາຍ 65 ກິໂລ ຈັດຢູ່ອັນດັບທີ 7 ຂອງຕາຕະລາງຫຼຽນ ສົ່ງຜົນໃຫ້ທີມນັກກິລາລາວ ສາມາດສ້າງຜົນງານໄດ້ດີເກີນຄາດ ເນື່ອງຈາກໃນເບື້ອງຕົ້ນທາງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍໄວ້ພຽງ 2 ຫຼຽນຄໍາ ຈາກກິລາ 4 ປະເພດທີ່ສົ່ງເຂົ້າຮ່ວມແຂ່ງຂັນໃນ ມ.ອາຊຽນ 2024 ປະກອບມີ ກິລາ ແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ກິລາບານບ້ວງ 3X3 ລວມທັງໝົດ 41 ຄົນ.

ອີງຕາມການແຂ່ງຂັນຄັ້ງສຸດທ້າຍຂອງການແຂ່ງຂັນ ມ.ອາຊຽນ ຄັ້ງທີ XXI 2024 ແມ່ນປະເທດອິນໂດເນເຊຍ ເປັນເຈົ້າພາບ ທີ່ໄດ້ຄອງເຈົ້າຫຼຽນຄໍາ ມີ 126 ຫຼຽນຄໍາ, 99 ຫຼຽນເງິນ ແລະ 71 ຫຼຽນທອງ, ໄທ ມີ 53 ຫຼຽນຄຳ, 49 ຫຼຽນເງິນ ແລະ 29 ຫຼຽນທອງ, ມາເລເຊຍ 38 ຫຼຽນຄໍາ, 47 ຫຼຽນເງິນ ແລະ 62 ຫຼຽນທອງ, ຫວຽດນາມ 12 ຫຼຽນຄໍາ, 9 ຫຼຽນເງິນ ແລະ 5 ຫຼຽນທອງ, ສິງກະໂປ 11 ຫຼຽນຄໍາ, 27 ຫຼຽນເງິນ ແລະ 36 ຫຼຽນທອງ, ຟີລິບປິນ 3 ຫຼຽນຄໍາ, 3 ຫຼຽນເງິນ ແລະ 9 ຫຼຽນທອງ, ສປປ ລາວ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 6 ຫຼຽນທອງ, ມຽນມາ 2 ຫຼຽນຄໍາ, 8 ຫຼຽນເງິນ ແລະ 1 ຫຼຽນທອງ, ກຳປູເຈຍ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 3 ຫຼຽນທອງ, ບຣູໄນ ດາຣູຊາລາມ 1 ຫຼຽນທອງ ແລະ ຕີມໍ ເລັດສະເຕ 1 ຫຼຽນເງິນ ແລະ 9 ຫຼຽນທອງ.

ຕອນທ້າຍ, ຍັງໄດ້ມີພິທີມອບທຸງກິລາມະຫາວິທະຍາໄລອາຊຽນໃຫ້ແກ່ປະເທດມາເລເຊຍ ເພື່ອສືບຕໍ່ເປັນເຈົ້າພາບຈັດງານ ຄັ້ງທີ XXII ໃນປີ 2026 ອີກດ້ວຍ.

(ຂ່າວ: ດາວຫວຽດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version