Home ຂ່າວພາຍໃນ ສນຊ ຫາລືກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ

ສນຊ ຫາລືກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ

0

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ) ຂຶ້ນໃນວັນທີ 9 ກໍລະກົດ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານ ສນຊ, ມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອເປັນການປຶກສາຫາລື ແນະນໍາການກະກຽມຂຽນບົດສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ) ຊຶ່ງທ່ານປະທານ ສນຊ ໄດ້ແຈ້ງໃຫ້ແຕ່ລະພາກສ່ວນຮັບຊາບກ່ຽວກັບເນື້ອໃນຈິດໃຈ, ໂຄງຮ່າງບົດສະຫຼຸບ ແລະ ແຜນວຽກຂອງຄະນະຮັບ ຜິດຊອບກະກຽມຂຽນໃຫ້ສໍາເລັດພາຍໃນປີ 2024 ນີ້.

ຂ່າວ-ພາບ: ສຸວັນລີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version