Home ຂ່າວຕ່າງປະເທດ ການນຳ EU ປຶກສາຫາລືການແຕ່ງຕັ້ງບັນດາຕຳແໜ່ງແຖວໜ້າຂອງກຸ່ມ

ການນຳ EU ປຶກສາຫາລືການແຕ່ງຕັ້ງບັນດາຕຳແໜ່ງແຖວໜ້າຂອງກຸ່ມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ, ບັນດາການນຳ ສະຫະພາບ ເອີຣົບ (EU) ໄດ້ມີໜ້າຢູ່ ບຣັສເຊວ ປະເທດແບນຊິກ, ເພື່ອປຶກສາຫາລືກ່ຽວກັບການແຕ່ງຕັ້ງບັນດາຕຳແໜ່ງແຖວໜ້າຂອງກຸ່ມ ພາຍຫຼັງການເລືອກຕັ້ງສະມາຊິກລັດຖະສະພາ ເອີຣົບ ທີ່ຫາກໍສິ້ນສຸດລົງ. ໜຶ່ງໃນບັນດາວຽກບຸລິມະສິດແມ່ນການເລືອກຕັ້ງປະທານຄະນະກຳມະການເອີຣົບ (EC) ຊຶ່ງແມ່ນອົງການບໍລິຫານຂອງ EU. ຄາດວ່າ, ບັນດາການນຳຈະອອກຂໍ້ຕົກລົງຄັດເລືອກຢ່າງເປັນທາງການໃນກອງປະຊຸມສຸດຍອດ EU ໃນວັນທີ 27 – 28 ມິຖຸນາ ຈະມາເຖິງ.

ຂ່າວລະບຸວ່າ: ທ່ານນາງ ເອີຊູລາ ວັນເດີ ເລເຢັນ ໄດ້ຮັບການຕີລາຄາວ່າ ຈະສາມາດດຳລົງຕຳແໜ່ງນີ້ຕື່ມອີກເປັນສະໄໝທີ 2. ພັກປະຊາຊົນເອີຣົບ (EPP) ຂອງທ່ານນາງ ເອີຊູລາ ວັນເດີ ເລເຢັນ ຍາດໄດ້ໄຊຊະນະໃນການເລືອກຕັ້ງສະມາຊິກລັດຖະສະພາ ເອີຣົບທີ່ຜ່ານມາ. ເພື່ອໄດ້ຮັບການຕົກລົງຈາກບັນດາການນຳ EU ໃນການສືບຕໍ່ດຳລົງຕຳແໜ່ງນີ້, ທ່ານນາງ ເອີຊູລາ ວັນເດີ ເລເຢັນ ຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍສຸດແມ່ນ 15 ປະເທດ ໃນຈຳນວນ 27 ປະເທດສະມາຊິກ ກວມເອົາຢ່າງນ້ອຍສຸດ 65% ຂອງປະຊາກອນໃນກຸ່ມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version