Home ຂ່າວຕ່າງປະເທດ ຊຳຊຸງ ຮ່ວມມືກັບ ວິທະຍາໄລແຫ່ງຊາດເຊອູນ ເປີດສູນວິໄຈ AI

ຊຳຊຸງ ຮ່ວມມືກັບ ວິທະຍາໄລແຫ່ງຊາດເຊອູນ ເປີດສູນວິໄຈ AI

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາ, ບໍລິສັດ ຊຳຊຸງ ເອເລັກໂຕຣນິກ ຂອງ ສ ເກົາຫຼີ ເປີດເຜີຍວ່າ: ຊຳຊຸງ ຈະເປີດສູນວິໄຈປັນຍາປະດິດ ຫຼື AI ຮ່ວມກັບມະຫາວິທະຍາໄລແຫ່ງຊາດເຊອູນ (SNU).

ຊຳຊຸງ ລະບຸວ່າ: ສູນວິໄຈແຫ່ງນີ້ ຈະດຳເນີນໂຄງການກ່ຽວກັບເຕັກໂນໂລຊີ AI ຂັ້ນສູງ ເຊັ່ນ: AI ໃນອຸປະກອນ (on-device) ແລະ AI ຫຼາຍຮູບແບບໃນອີກສາມປີຂ້າງໜ້າ.

ຊຳຊຸງ ໄດ້ນຳໃຊ້ເຕັກໂນໂລຊີ AI ຕ່າງໆເຊັ່ນ: ການແປແບບເວລາຈິງ ເຂົ້າກັບສະມາດໂຟນ ເຊັ່ນ: Galaxy S24 ທີ່ແນະນຳຕົວໄປໃນໄລຍະກ່ອນໜ້ານີ້ ພ້ອມທັງຂະຫຍາຍຂອບເຂດການປະສົມປະສານ AI ເຂົ້າກັບຜະລິດຕະພັນອື່ນໆ.

ຊຳຊຸງ ເປີດເຜີຍວ່າ: ຈະສົ່ງເສີມການພັດທະນາ ແລະ ຮັກສາຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານ AI ລຸ້ນໃໝ່ ຜ່ານໂຄງການຮ່ວມມື ຊຶ່ງຄາດວ່າຈະຊ່ວຍຮັກສາຄວາມໝັ້ນຄົງຂອງເຕັກໂນໂລຊີ AI ຫຼັກ, ຕະຫຼອດຈົນເຖິງການເສີມສ້າງຄວາມສາມາດການແຂ່ງຂັນໃນໂລກ AI ທີ່ປ່ຽນແປງຢ່າງໄວວາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version