Home ຂ່າວກິລາ ໃຜສົນໃຈແດ່ !! ໄບຣຕັນ ຕັ້ງລາຄາຂາຍ ມິໂຕມະ ທີ່ 70 ລ້ານປອນ

ໃຜສົນໃຈແດ່ !! ໄບຣຕັນ ຕັ້ງລາຄາຂາຍ ມິໂຕມະ ທີ່ 70 ລ້ານປອນ

0

ສື່ຕ່າງປະເທດ ເປີດເຜີຍວ່າ ໄບຣຕັນ ພ້ອມຮັບຂໍ້ສະເໜີສໍາລັບການຊື້ຕົວ ຄາໂອຣູ ມິໂຕມະ ທີ່ລາຄາ 70 ລ້ານປອນ ເພາະຮູ້ວ່າຈະຮັກສາຕົວໄວ້ໄດ້ບໍ່ດົນ.

ຄາໂອຣຸ ມິໂຕມະ ປີກຊາວຍີ່ປຸ່ນຂອງທີມ ໄບຣຕັນ ສ້າງຜົນງານໄດ້ຢ່າງຍອດຢ່ຽມໃນລະດູການນີ້ ໂດຍຍິງໄປແລ້ວ 3 ປະຕູກັບສົ່ງໃຫ້ໝູ່ຍິງອີກ 3 ນັດ ຈາກການລົງຫຼິ້ນ 8 ນັດໃນພຣີເມຍລີກ.

ເຮັດໃຫ້ ຄາໂອຣຸ ມິໂຕມະ ໄດ້ຮັບຄວາມສົນໃຈຈາກຫຼາຍສະໂມສອນ ບໍ່ວ່າຈະເປັນ ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊີຕີ, ອາເຊນອລ, ເຊວຊີ ແລະ ລີເວີພູລ.

ໂດຍກ່ອນໜ້ານີ້ ມີຂ່າວວ່າ ໄບຣຕັນ ຈະຕໍ່ສັນຍາໃໝ່ກັບ ຄາໂອຣູ ມິໂຕມະ ອອກໄປອີກ 5 ປີ ເພື່ອປ້ອງກັນບໍ່ໃຫ້ສະໂມສອນຕ່າງໆເຂົ້າມາຄວ້າຕົວເຂົາຢ່າງລັບໆ.

ແຕ່ບໍ່ດົນມານີ້ ມີລາຍງານວ່າ ໄບຣຕັນ ກຽມທີ່ຈະເປີດຮັບຂໍ້ສະເໜີທີ່ຈະມາຂໍຊື້ຕົວ ຄາໂອຣຸ ມິໂຕມະ ແລ້ວ ເພາະພວກເຂົາຄິດວ່າຄົງບໍ່ສາມາດຮັກສາ ມິໂຕມະ ໄວ້ໄດ້ບໍ່ດົນແນ່ນອນ.

ລາຍງານລະບຸວ່າ ໄບຣຕັນ ຕັ້ງຄ່າຕົວຂອງ ມິໂຕມະ ໄວ້ທີ່ປະມານ 70 ລ້ານປອນ ເຊິ່ງຈະເຮັດໃຫ້ພວກເຂົາສ້າງກໍາໄລໄດ້ຫຼວງຫຼາຍ ຫຼັງຈາກຊື້ມາຈາກ ຄາວາຊາກິ ຟຣອນຕາເລ່ ພຽງແຕ່ 2,5 ລ້ານປອນ ເມື່ອປີ 2021.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version