ການແຂ່ງຂັນກິລາຟັນດາບ ຄົນພິການ ງານມະຫາກໍາກິ ລາຄົນພິການ ແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມ ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະ ທານຄະນະກໍາມະການພາຣາແລ້ມປິກແຫ່ງຊາດລາວ, ມີ ທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງຣາຊະອະນາຈັກໄທ,ມີບັນດາທ່ານຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ,ຄູຝຶກ,ພ້ອມດ້ວຍຄະນະຮັບຜິດຊອບ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການແຂ່ງຂັນກິລາຟັນດາບຄົນພິການ ຈໍານວນ 4 ແຂວງ ຄື: ແຂວງວຽງຈັນ,ແຂວງບໍລິຄໍາໄຊ,ແຂວງຄໍາມ່ວນ, ແຂວງ ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ມີນັກກິລາລົງແຂ່ງ ທັງໝົດ 9 ຄົນ, ຍິງ 3 ຄົນ, ຊາຍ 6 ຄົນ ແບ່ງ ອອກເປັນ 2 ປະເພດ ຄື: ດາບ Epee ຊາຍ-ຍິງ ຄຣາດ A ແລະ B ແລະ ດາບ Seber ຊາຍ-ຍິງ ຄຣາດ A ແລະ B, ມີ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 4 ຫຼຽນທອງແດງ. ໃນນັ້ນ, ທ້າວ ໂອລໍາ ນໍ່ດໍາ ກິລາຟັນດາບ ຈາກນະຄອນຫຼວງວຽງ ຈັນ ສາມາດຍາດໄດ້ຫຼຽນຄໍາທຳອິດ, ທ້າວ ຫົງຄໍາ ຄໍາໝັ້ນ ກິລາຟັນດາບ ຈາກແຂວງຫຼວງພະບາງ ໄດ້ຫຼຽນເງິນ ແລະ ທ້າວ ສູນທອນ ຫົງຄໍາ ກິລາຟັນດາບ ຈາກແຂວງວຽງຈັນ ໄດ້ຫຼຽນທອງ, ການແຂ່ງຂັນດັ່ງກ່າວ ແມ່ນຈະສໍາເລັດໃນ 16 ທັນວາ 2025.
