Home ຂ່າວກິລາ ຢູຟາ ກຽມປະກາດເຈົ້າພາບ ເອີໂຣ 2028-2032

ຢູຟາ ກຽມປະກາດເຈົ້າພາບ ເອີໂຣ 2028-2032

0

ສະຫະພັນບານເຕະເອີຣົບ ກຽມປະກາດເຈົ້າພາບ ເອີໂຣ 2028 ແລະ ເອີໂຣ 2032 ໂດຍສະຫະລາຊະອານາຈັກອັງກິດ ແລະ ອຽກລັງ ເປັນຕົວເກງເຈົ້າພາບ 2028 ຂະນະທີ່ ອີຕາລີ ແລະ ຕວັກກີ ໜ້າຈະໄດ້ໃນປີ 2032.

ສະຫະພັນບານເຕະເອີຣົບ ຫຼື UEFA ກຽມຈັດກອງປະຊຸມໃຫຍ່ ທີ່ປະເທດສະວິດ ໃນວັນອັງຄານ ທີ 10 ເດືອນຕຸລານີ້ ເພື່ອປະກາດການເປັນເຈົ້າພາບການແຂ່ງຂັນບານເຕະຊິງແຊ້ມເອີຣົບ ຫຼື ເຕະບານເອີໂຣ ໃນປີ 2028 ແລະ 2032 ຢ່າງເປັນທາງການ.

ໂດຍປະເທດສະໝັກເປັນເຈົ້າພາບ ປີ 2028 ມີພຽງປະເທດດຽວຄື ສະຫະລາຊະອານາຈັກອັງກິດ ແລະ ອຽກລັງ ລວມມີ 5 ປະເທດທີ່ຈະເປັນເຈົ້າພາບຮ່ວມກັນ ຄື: ອັງກິດ, ສະກັອດແລນ, ເວລ, ອຽກລັງເໜືອ ແລະ ອຽກລັງ ເຊິ່ງພວກເຂົາໄດ້ເລືອກ 10 ສະໜາມທີ່ຈະໃຊ້ຈັດການແຂ່ງຂັນ ປະກອບດ້ວຍ :

1. ເວມບລີ (90.,652 ບ່ອນນັ່ງ), 2. ສະຫນາມກິລາ ພຣິນຊິພາລິຕີ (73.952 ບ່ອນນັ່ງ), 3. ສະໜາມທັອດແນມ ຮັອດສະເປີ (62.322 ບ່ອນນັ່ງ), 4. ສະໜາມ ເອຕິຮັດ (61.000 ບ່ອນນັ່ງ), 5. ສະໜາມ ເອຟເວີຕັນ (52.679 ບ່ອນນັ່ງ), 6. ເຊນ ເຈມ ພາກ (52.305 ບ່ອນນັ່ງ), 7. ວິນລ່າ ປາກ (52.190 ບ່ອນນັ່ງ), 8. ແຮມເດນ ປາກ (52.032 ບ່ອນນັ່ງ), 9. ສະໜາມ ອາວິວ່າ (51.711 ບ່ອນນັ່ງ), 10. ເຄສເມນ ປາກ (34.500 ບ່ອນນັ່ງ)

ສ່ວນຜູ້ສະໝັກເປັນເຈົ້າພາບໃນປີ 2032 ກໍມີພຽງແຕ່ປະເທດດຽວຄື: ອີຕາລີ ແລະ ຕວັກກີ ທີ່ຈະເປັນເຈົ້າພາບຮ່ວມກັນ ແຕ່ ຍັງບໍ່ໄດ້ມີການຄັດເລືອກສະໜາມທີ່ຈະໃຊ້ຈັດການແຂ່ງຂັນ.

ສໍາລັບ ເຕະບານເອີໂຣ 2024, ເຢຍລະມັນຈະເປັນເຈົ້າພາບຈັດການແຂ່ງຂັນ ໃນລະຫວ່າງວັນທີ 14 ມິຖຸນາ ຫາ 14 ກໍລະກົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version