ພິທີປິດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ມີຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2025 ທີ່ສະໂມ ສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພາຍຫຼັງໄດ້ດຳ ເນີນມາ ແຕ່ວັນທີ 14 ທັນວາ,ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປິດຂອງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ, ມີ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິ ການ ແລະ ກິລາ ແລະ ທ່ານຮອງເຈົ້າແຂວງຈຳປາສັກ, ມີ ການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່່ນ,ພ້ອມດ້ວຍຄະ ນະນຳນັກກິລາ, ຄູຝຶກ,ກຳມະການຕັດສິນ ແລະ ນັກກິລາ ເຂົ້າຮ່ວມ.

ໃນພິທີ, ທ່ານ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ: ການແຂ່ງຂັນກິລາປະເພດຕ່າງໆ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 13 ທັນວາ ແລະ ມາຮອດມື້ນີ້ ວັນທີ 19 ທັນວາ 2025 ໄດ້ມີຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງ ແລະ ໃນງານກິລາຄັ້ງນີ້ ມີທັງໝົດ 9 ປະເພດ, ມີນັກກິ ລາທັງໝົດ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຊິ່ງໄດ້ສະແດງອອກຄວາມມີນ້ຳໃຈນັກກິລາ ສະແດງຄວາມສາມາດໃນການແຂ່ງຂັນ ແລະ ຍາດໄດ້ຫຼຽນປະເພດຕ່າງໆ, ໂດຍ ອັນດັບທີ 1 ນະຄອນຫຼວງວຽງຈັນ ຍາດ ໄດ້ 28 ຫຼຽນຄໍາ, 34 ຫຼຽນເງິນ ແລະ 22 ຫຼຽນທອງ ລວມ 84 ຫຼຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 19 ຫຼຽນຄຳ,10 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 35 ຫຼຽນ; ອັນ ດັບທີ 3 ແຂວງສະຫວັນນະເຂດ ຍາດໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 32 ຫຼຽນ.
ພ້ອມນັ້ນ, ການຈັດງານມະຫາກໍາກິລາຄົນພິການແຫ່ງ ຊາດໃນຄັ້ງນີ້ ຍັງເປັນອີກໜຶ່ງຂີດໝາຍສຳຄັນທາງປະຫວັດ ສາດຂອງຊາດລາວ ກໍຄື ຊາວນະຄອນຫຼວງວຽງຈັນ ໃນຖາ ນະໄດ້ຮັບກຽດເປັນເຈົ້າພາບ ໂດຍພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ສິດຂອງສູນກາງ ພັກ-ລັດຖະບານ, ໂດຍເລີ່ມຈາກການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ, ອະນຸມັດງົບປະມານ, ການຊຸກຍູ້ ຕິດຕາມ.ພ້ອມກັນນີ້, ກໍແມ່ນການປະ ກອບສ່ວນເຂົ້າຮ່ວມຂອງຄະນະນຳ ແລະ ນັກກິລາຈາກນະ ຄອນຫຼວງ ແລະ 17 ແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງກາຍເປັນຄວາມຊົງຈຳ ແລະ ການແລກປ່ຽນບົດຮຽນທີ່ດີ, ເປັນການເພີ່ມພູນຄູນສ້າງກ້ອນກຳລັງສາມັກຄີທົ່ວປວງຊົນລາວ ທັງຊາດ.
ຄຽງຄູ່ກັນນີ້, ທຸກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາຄົນພິ ການຈາກບັນດາແຂວງ,ນະຄອນຫຼວງ ທີ່ໄດ້ເປັນເຈົ້າການ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ເຄົາລົບ ແລະ ປະຕິບັດຕາມກົດລະບຽບ, ກະຕິກາການແຂ່ງຂັນ,ມີນໍ້າໃຈນັກກິລາຢ່າງແທ້ຈິງ, ຮູ້ໄດ້, ຮູ້ເສຍ,ຮູ້ອະ ໄພເຊິ່ງກັນແລະກັນ,ອັນໄດ້ປະກອບສ່ວນຜູກແໜ້ນຄວາມສາມັກຄີ ໄມຕີຈິດມິດຕະພາບ ໃນໝູ່ນັກກິລາ ດ້ວຍກັນ ຕາມຄໍາຂວັນທີ່ ວ່າ: “ມິດຕະພາບ,ສະເໝີພາບ ແລະ ການພັດທະນາ” ແລະ ສະແດງໃຫ້ເຫັນເຖິງສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນບໍ່ພິການ ໃນການເຄື່ອນ ໄຫວກິລາ-ກາຍຍະກໍາ ກໍຄືການດຳລົງຊີວິດ. ອີກດ້ານໜຶ່ງຍັງໄດ້ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບປະການຂອງນັກກິລາ ເພື່ອສ້າງຕົນເອງໃຫ້ເປັນນັກກິລາທີ່ດີເດັ່ນ ເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນ ພາຣາ ເກມ, ເອຊຽນພາຣາເກມ ແລະ ພາຣາແລມປິກເກມ ໄດ້ເປັນຢ່າງດີ. ງານມະຫະກໍາກິລາຄົນພິການແຫ່ງຊາດໃນຄັ້ງນີ້, ປະສົບຜົນສໍາເລັດຢ່າງຈົບງາມ “ນັດພົບກັນໃໝ່ ໃນງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ V ທີ່ແຂວງຈໍາປາສັກ ໃນປີ 2028”.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ,ຜົນສໍາເລັດ ຂອງຄະນະຮັບ ຜິດຊອບຈັດງານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ,ບັນດາຄະນະນໍາ, ກໍາມະການຕັດສິນ, ຄູຝຶກ,ນັກກິລາ, ຜູ້ອຸປະຖໍາຕະຫຼອດຮອດພີ່ນ້ອງປະຊາຊົນບັນດາເຜົ່າ ຊາວນະຄອນ ຫຼວງວຽງຈັນ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະ ຕິປັນຍາ ແລະວັດຖຸ ເຮັດໃຫ້ງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ສໍາເລັດລົງຢ່າງຈົບງາມ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ທຸກປະການ. ຊຶ່ງຜົນສຳເລັດດັ່ງກ່າວ ຢືນຢັນອີກເທື່ອໜຶ່ງ ເຖິງຄວາມສາມັກຄີເປັນປຶກ ແຜ່ນ, ຄວາມເສຍສະຫຼະຂອງການຈັດຕັ້ງທຸກຂັ້ນ ຂໍໃຫ້ພວກເຮົາ ສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມນີ້ໄວ້ ໃຫ້ຍືນຍົງຕະຫຼອດໄປ. ມາຮອດນີ້, ງານມະຫາກໍາກິລາຄົນພິ ການແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດ, ນັດພົບກັນໃໝ່ ໃນຄັ້ງທີ V ທີ່ແຂວງຈໍາປາສັກ ໃນປີ 2028. ນະໂອກາດນີ້, ຂ້າພະ ເຈົ້າ ຂໍປະກາດປິດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ.
ຫຼັງຈາກນັ້ນ, ຍັງໄດ້ມີພິທີມອບ-ຮັບທຸງກິລາ ສົ່ງຕໍ່ໃຫ້ແຂວງຈຳປາສັກ ເປັນເຈົ້າພາບ ຄັ້ງຕໍ່ໄປ ໃນປີ 2028, ຕາງ ໜ້າມອບ ໂດຍ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ ແລະ ຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ.